ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຈີນ ສ້າງ​ສະໜາມກິລາຂະໜາດໃຫຍ່ ບັນຈຸ 60.000 ບ່ອນ​ນັ່ງ ໃນ​ເຄນ​ຢາ
ເວລາອອກຂ່າວ: 2026-11-05 08:43:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນ​ຮວາ ຂອງ ​ສປ ຈີນ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ວິນ​ລຽມ ຣູ​ໂຕ (William Ruto) ປະທານາທິບໍດີ ເຄນ​ຢາ ເປີດເຜີຍ​ວ່າ: ສະໜາມກິລາ​ສາກົນ ໄຣ​ລາ ໂອ​ດິງ​ກາ (Raila Odinga) ບັນຈຸ 60.000 ບ່ອນ​ນັ່ງ ເຊິ່ງ​ກໍ່ສ້າງ​ໂດຍ​ບໍລິສັດ​ຈີນ ມີ​ກຳນົດ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 5 ມັງກອນ 2027 ຢູ່​ນະຄອນຫຼວງ ໄນ​ໂຣ​ບີ ປະເທດ​ເຄນ​ຢາ. ຄາດ​ວ່າ ສະໜາມກິລາ​ແຫ່ງ​ໃໝ່ນີ້ ຈະ​ຖືກ​ໃຊ້​ເປັນ​ໜຶ່ງ​ໃນ​ສະ ໜາມການ​ແຂ່ງຂັນ​ຫລັກ ສຳລັບ​ການ​ແຂ່ງຂັນ​ເຕະບານ ອາ​ຟຣິ​ກາ ຄັບ​ອອບ​ເນ​ຊັນສ໌ 2027 (2027 Africa Cup of Nations) ທີ່​ເຄນ​ຢາ ຈະ​ເປັນ​ເຈົ້າພາບ​ຮ່ວມ​ກັບ ອູ​ກັນ​ດາ ແລະ ຕັງ​ຊາ​ນີ. ສະໜາມກິລາ​ດັ່ງກ່າວ, ກໍ່ສ້າງ ໂດຍ​ບໍລິສັດ ໄຊ​ນາ ໂຣດ ແອນດ໌ ບຣິດຈ໌ ຄໍ​ເປີ​ເຣ​ຊັນ ຫລື ຊີ​ອາ​ບີ​ຊີ (CRBC) ຂອງ ຈີນ ເປັນ​ບໍລິ ສັດກໍ່ສ້າງ ໃນ​ສາຂາຂອງ ໄຊ​ນ່າ ຄອມ​ມູ​ນິ​ເຄ​ຊັນສ໌ (CCCC) ຖື​ເປັນ​ສະໜາມກິລາ​ຂະໜາດ​ໃຫຍ່​ແຫ່ງ​ໃໝ່​ ຂອງ ເຄນ​ຢາ ນັບ​ຕັ້ງແຕ່​ມີສູນ​ກິລາ​ສາກົນ ໂມ​ອີ (Moi International Sports Complex) ທີ່​ກໍ່ສ້າງ​ໂດຍ​ບໍລິສັດ ຈີນ ເຊັ່ນ​ກັນ, ເຊິ່ງໄດ້​ເປີດ​ນຳ​ໃຊ້ ເມື່ອ​ປີ1987 ເພື່ອ​ຮອງ​ຮັບ​ມະຫະກໍາການ​ແຂ່ງຂັນ​ທຸກ​ປະເພດ​ກິລາ​ຂອງ ອາ​ຟຣິ​ກາ ເກມສ໌ (All-Africa Games)ໃນເມື່ອກ່ອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ