ມີ 100 ກວ່າປະເທດ ບັນລຸຂໍ້ຕົກລົງ ເພື່ອຍູ້ໄວການອະນຸລັກຮັກສາຊີວະນາໆພັນ
ເວລາອອກຂ່າວ: 2026-11-05 08:42:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ: ![]()
ສຳນັກຂ່າວຫວຽດນາມ ລາຍງານ ມີ 100 ກວ່າປະເທດ ບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວ ການກະທຳອະນຸລັກຮັກສາຊີວະນາໆພັນ, ໃນມື້ປິດກອງປະຊຸມ ຊີວະນາໆພັນ ຄັ້ງທີ 17 ຫຼື (COP17) ບັນດາຜູ້ແທນເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະນາໆ ພັນ ໃນວັນທີ 31 ຕຸລາ ຜ່ານມາ, ຢູ່ນະຄອນຫຼວງເອເຣວັນ (Yerevan) ປະເທດ ອາກເມນີ.
ທ່ານ ຮຳບາດຊູມ ມາເຕໂວສຢານ (Hambardzum Matevosyan) ປະທານກອງປະຊຸມ COP17, ລັດຖະມົນຕີກະຊວງສິ່ງແວດລ້ອມຂອງ ອາກເມນີ ໄດ້ຮັບຮອງເອົາບັນດາຂໍ້ຕົກລົງສຳຄັນກ່ຽວກັບການຕີລາຄາຄວາມຄືບໜ້າດ້ານຊີວະພາບນາໆພັນທົ່ວໂລກ ຄັ້ງທຳອິດ ແລະ ລະດົມແຫຼ່ງກຳລັງ. ໝາກຜົນນີ້ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ຂອບຊີວະພາບນາໆພັນ ຄຸນໜິງ - Montreal, ທີ່ໄດ້ຮັບຮອງເອົາໃນປີ 2022 ດ້ວຍ 23 ເປົ້າໝາຍເພື່ອສະກັດກັ້ນ ແລະ ພິກຟື້ນຄືນການສູນເສຍຄວາມຫຼາກຫຼາຍທາງຊີວະນາໆພັນ ພາຍໃນປີ 2030 ພາຍໃຕ້ຫົວຂໍ້ “ ປະຕິບັດການເພື່ອທຳມະຊາດ ”.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















