ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງພັນໃຫຍ່ 101 ສໍາເລັດການຫັດແອບປະສານສຽງແຕກ
ເວລາອອກຂ່າວ: 2026-11-04 15:51:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ:



ວັນທີ 2 ພະຈິກ 2026 ນີ້, ກອງພັນໃຫຍ່ 101 ກອງພົນທີ 1 ໄດ້ສໍາເລັດການຫັດແອບລວບລວມປະສານສຽງແຕກຍຸດທະວິທີ ຂັ້ນໝວດທະຫານຮາບບຸກຕີສັດຕູຈັ້ງທ່າ ຢູ່ພູມີປະເທດພູຜາປ່າດົງ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານກອງພົນທີ 1, ມີ ສະຫາຍ ພັນໂທ ບຸນຊູ ເດດອຸໄທ ຫົວໜ້າການທະຫານ ກອງພັນໃຫຍ່ 101, ມີຄະນະພັກ-ຄະນະບັນຊາ, ມີຕາງໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ຈຸດປະສົງການຫັດແອບໃນຄັ້ງນີ້, ເພື່ອຍົກລະດັບຄວາມອາດສາມາດໃນການບັນຊາໃຫ້ຄ່ອງແຄ້ວ, ມີພິບໄຫວ, ຊໍານິຊໍານານ, ຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ; ເພື່ອໃຫ້ພະນັກງານ-ນັກຮົບຂັ້ນໝວດ, ຂັ້ນໝູ່ ກໍາໄດ້ສິລະປະຍຸດ-ຍຸດທະວິທີ, ທິດສະດີ, ຫຼັກການ ໃນການປະສານສຽງແຕກຈັ້ງທ່າ ໃນເວລາເຮັດໜ້າທີ່ຢູ່ພູຜາປ່າດົງ, ເຂດຫຍຸ້ງຍາກກັນດານ ແລະ ທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄຸນນະພາບ ແລະ ໄດ້ຮັບຜົນດີ. ພ້ອມນີ້, ເພື່ອເຝິກຝົນ, ຫຼໍ່ຫຼອມໃຫ້ກາຍເປັນນັກຮົບປະຕິວັດມີສະຕິລະວັງຕົວສູງ, ມີລະບຽບວິໄນເຂັ້ມງວດ, ມີແນວຄິດການເມືອງໜັກແໜ້ນ ແລະ ຮູ້ໝູນໃຊ້ສິລະປະຍຸດ-ຍຸດທະວິທີການທະຫານ, ຮູ້ຄຸນຄ່າສະມັດຕະພາບ ແລະ ການປະກອບສ້າງ ຂອງອາວຸດ-ຍຸດໂທປະກອນ, ຮັບປະກັນເຄື່ອນໄຫວສູ້ຮົບວ່ອງໄວຊັດເຈນ, ທັນເວລາ, ມີຄວາມປອດໄພ ແລະ ສາມາດທໍາລາຍເປົ້າໝາຍໄດ້ຕາມຈຸດປະສົງ, ຄາດໝາດ ຢ່າງມີຄຸນນະພາບ. ຜ່ານການຈັດຕັ້ງປະຕິບັດປະສານສຽງແຕກ ສາມາດທໍາລາຍເປົ້າໝາຍ ແລະ ຈຸດພິກັດ ຂອງສັດຕູ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ມີຄວາມປອດໄພ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳຊາວ ລິນທະກຸນແກ້ວ ໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານ ນໍາເອົາບົດຮຽນໃນການອົບຮົມ-ຫັດແອບຄັ້ງນີ້ ໄປຜັນຂະຫຍາຍໃຫ້ດີຂຶ້ນ, ພ້ອມກັນແກ້ໄຂສິ່ງທີ່ບົກພ່ອງ, ກໍາແໜ້ນບັນດາບາດກ້າວໃນການບັນຊາ, ເຝິກພະນັກງານ-ນັກຮົບໃຫ້ມີຄວາມກ້າຫານ, ມີຄວາມສາມັກຄີິເປັນປຶກແຜ່ນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ພ້ອມນັ້ນ, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ໃຫ້ແກ່ບັນດາກົມກອງ ແລະ ນັກເຝິກອົບຮົມອີກດ້ວຍ. ໂດຍ: ຄໍາຫຼ້າ ພອນຄໍາພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ