ບັນດາລັດຖະມົນຕີປ້ອງກັນປະເທດ ອາຊຽນ ພ້ອມກັນກຳນົດທິດ ອະນາຄົດລວມຂອງພາກພື້ນ ແລະ ສາກົນ
ເວລາອອກຂ່າວ: 2026-11-04 08:38:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ: ![]()
ຕາມແຫຼ່ງຂ່າວ ກປ.ອອນໄລ, ຕອນເຊົ້າວັນທີ 28 ຕຸລາ ຜ່ານມາ, ຢູ່ ເຊບູ Cebu, ປະເທດ ຟີລິບປິນ. ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ຄັ້ງທີ 20 (ADMM) ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ກິລເບີໂຕ ເຕໂອໂດໂຣ (Gilberto Teodoro) ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານ ພົນເອກ ຟານວັນຢາງ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ກິລເບີໂຕ ເຕໂອໂດໂຣ ສະແດງຄວາມຂອບໃຈຕໍ່ການສະ ໜັບສະໜູນ ແລະ ການໜູນຊ່ວຍຈາກບັນດາປະເທດສຳລັບ ຟີລິບປິນ ໃນປີປະທານອາຊຽນ 2026, ໃນນັ້ນ ມີການຈັດຕັ້ງກອງປະຊຸມ ADMM-20 ດ້ວຍຫົວຂໍ້ “ພ້ອມກັນກຳນົດທິດອະນາຄົດລວມ” ຂອງພາກພື້ນ ແລະ ສາກົນ.
ທ່ານ ກິລເບີໂຕ ເຕໂອໂດໂຣ ໄດ້ຢືນຢັນວ່າ: ຜ່ານກອງປະຊຸມ ADMM ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ອາຊຽນບັນລຸໄດ້ບາດກ້າວຄືບໜ້າດີພໍສົມຄວນໃນຂົງເຂດຕ່າງໆ, ຄື: ຄວາມໝັ້ນຄົງໃນການເດີນທະເລ, ປົກປ້ອງພື້ນຖານໂຄງລ່າງທີ່ສຳຄັນຢູ່ໃຕ້ທະເລ ແລະ ການພົບປະແລກປ່ຽນປະຊາຊົນ.
ທ່ານ ພົນເອກ ຟານວັນຢາງ ໄດ້ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນສູງສຸດເພື່ອໃຫ້ ຟີລິບປິນ ປະຕິບັດໃນຖານະປະທານອາຊຽນ ປີ 2026 ໃຫ້ປະສົບຜົນສຳເລັດ; ສືບຕໍ່ປັບປຸງຄວາມສາມັກຄີ, ກຳລັງແຮງຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃນພາກພື້ນຢ່າງມີໄຫວພິບ ແລະ ເປັນເຈົ້າ
ການ, ເພື່ອພາກພື້ນທີ່ມີສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM). ທີ່ກອງປະຊຸມ, ຫົວໜ້າຄະນະບັນດາປະເທດອາຊຽນ ໄດ້ຮັບຮອງເອົາ ແລະ ເຫັນດີຕໍ່ຂໍ້ລິເລີ່ມໃໝ່ໃນ ADMM, ລວມມີ: ເອກະສານຄວາມສຳນຶກກ່ຽວກັບລາຍການແລກປ່ຽນການນຳໜຸ່ມ ADMM; ເອກະ ສານຄວາມສຳນຶກກ່ຽວກັບການເພີ່ມທະວີການຮ່ວມສຳພັນລະຫວ່າງ ADMM+ ແລະ ການເຈລະຈາດ້ານປ້ອງກັນຊາດໃນຂອບເຂດເວທີປາໄສພາກພື້ນອາຊຽນ (ARF); ເອກະສານຄວາມສຳນຶກກ່ຽວກັບກອງປະຊຸມສຳມະນາຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານຄວາມໝັ້ນຄົງໃນການເດີນທະເລໃນສະ ພາບທີ່ເຕັກໂນໂລຊີຫາກໍ່ພົ້ນເດັ່ນຂຶ້ນ, ໂຄງການຜັນຂະຫຍາຍເອກະສານຄວາມສຳນຶກທັດສະນະຂອງອາ ຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ ຈາກມຸມມອງດ້ານປ້ອງກັນປະເທດ (AOIP DP); ເອກະສານສະເໜີຈັດຕັ້ງກອງປະຊຸມສຳມະນາ ADMM+ ກ່ຽວກັບບັນຫາເຄມີສາດ, ຊີວະສາດ ແລະ ກຳມັນຕະພາບລັງສີ (CBR); ແນະນຳກ່ຽວກັບບັນດາທຳນຽມ ແລະພິທີການຂອງ ADMM ແລະ ADMM+.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຫົວຂໍ້ສະເພາະ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນ ດາປະເທດອາຊຽນສະເຫຼີມສະຫຼອງວັນລົງນາມ TAC ຄົບຮອບ 50 ປີ; ຮັບຮອງເອົາຖະແຫຼງການຮ່ວມສະ ເຫຼີມສະຫຼອງວັນສ້າງຕັ້ງ ADMM ຄົບຮອບ 20 ປີ.
ຕອນບ່າຍວັນທີ 28 ຕຸລາ, ໄດ້ດຳເນີນການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ອາເມຣິກາ, ພາຍໃຕ້ການເປັນປະທານຂອງທ່ານ Gilberto Teodoro ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ແລະ ທ່ານ ພິດ ເຮັກເສັດ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ອາເມຣິກາ. ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມການພົບປະ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ພົນເອກ ຟານວັນຢາງ ໄດ້ໃຫ້ຂໍ້ສັງເກດວ່າ: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມຣິກາ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ ເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ທ່ານ ພົນເອກ ຟານວັນຢາງ ສະເໜີ: ໜຶ່ງແມ່ນ, ຮັກສາຊ່ອງທາງການຕິດຕໍ່, ການເຈລະຈາດ້ານຍຸດທະສາດ. ການຈັດຕັ້ງການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ອາເມຣິກາ ແມ່ນໂອກາດເພື່ອໃຫ້ທັງສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ; ພ້ອມທັງກຳນົດທິດການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມຣິກາ.
ສອງແມ່ນ, ຍົກສູງປະສິດທິຜົນການເຄື່ອນໄຫວຮ່ວມມືທີີ່ແທດຈິງ, ເປັນຕົ້ນແມ່ນ: ຝຶກຊ້ອມການເດີນທະເລລະຫວ່າງ ອາຊຽນ-ອາເມຣິກາ; ໂຄງການການນຳດ້ານປ້ອງກັນປະເທດໜຸ່ມຂອງອາຊຽນ; ບັນດາຂໍ້ລິເລີ່ມໜູນຊ່ວຍການສ້າງກຳລັງຄວາມສາມາດໃຫ້ບັນດາປະເທດສະມາຊິກອາຊຽນ. ທ່ານ ພົນເອກ ຟານວັນຢາງ ຫວັງວ່າ ອາເມຣິກາ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນ, ສະໜັບສະໜູນ ກຸ່ມນັກຊ່ຽວຊານ ADMM+. ສາມແມ່ນຊຸກຍູ້ການຮ່ວມມືໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະ ເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນ.
ປີ 2027 ເຊິ່ງເປັນຂີດໝາຍ 50 ປີແຫ່ງການສ້າງຕັ້ງການພົວ ພັນ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອາເມຣິກາ, ທ່ານ ພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ດ້ວຍຄຳໝັ້ນສັນຍາທີ່ມີຢູ່ແລ້ວ ແລະ ຄວາມມານະພະຍາຍາມລວມ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມຣິກາ ຈະສືບຕໍ່ພັດທະນາຢ່າງແທດຈິງ, ປະກອບສ່ວນເຂົ້າໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອາເມຣິກາ ຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.
ໃນວັນດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ແລະ ທ່ານ Koizumi Shinjiro ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ເປັນປະທານຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ. ກ່າວຄຳເຫັນທີ່ການພົບປະ, ທ່ານ ພົນເອກ ຟານວັນຢາງ ໄດ້ສະເໜີບັນດາມາດຕະການແນໃສ່ເສີມຂະຫຍາຍການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ຍີ່ປຸ່ນ, ເຊິ່ງລວມມີ: ໜຶ່ງແມ່ນ, ຮັກສາການເຈລະຈາ ແລະ ການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ໃນນັ້ນມີ ການພົບປະແບບບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ, ສ້າງກາລະໂອກາດເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມທັງກຳນົດທິດການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ຍີ່ປຸ່ນ.
ສອງແມ່ນ, ຍູ້ແຮງການພົບປະແລກປ່ຽນ ແລະ ການຮ່ວມມືຢ່າງແທດຈິງ, ລວມມີໂຄງການຝຶກອົບຮົມຢູ່ເທິງກຳປັ່ນທະຫານເຮືອ, ບຳລຸງສ້າງນາຍທະຫານທະຫານອາກາດ, ການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ ແລະ ການໜູນຊ່ວຍຍົກສູງກຳລັງຄວາມສາມາດ. ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນກຸ່ມນັກຊ່ຽວຊານ ADMM+, ໃນນັ້ນມີການເປັນປະທານຮ່ວມກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການໜູນຊ່ວຍດ້ານມະນຸດສະທຳ, ການບັນເທົາທຸກໄພພິບັດຮອບວຽນປີ 2027-2030 ກັບໄທ. ສາມແມ່ນ, ຊຸກຍູ້ການຮ່ວມມືໃນຂົງເຂດທີ່ ຍີ່ປຸ່ນ ມີທ່າແຮງ ແລະ ອາຊຽນ ມີຄວາມຕ້ອງການ.
ທ່ານ ພົນເອກ ຟານວັນຢາງ ສະແດງຄວາມປາຖະໜາວ່າ: ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຈະສືບຕໍ່ແບ່ງປັນບົດຮຽນ ແລະ ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາປະເທດສະມາຊິກອາຊຽນໃນຂົງເຂດຕ່າງໆ, ຄື: ການຝຶກອົບຮົມ ແລະ ບຳລຸງສ້າງ; ການໜູນຊ່ວຍດ້ານມະນຸດສະທຳ ແລະ ການບັນເທົາທຸກໄພພິບັດ; ຖ່າຍທອດອຸປະກອນ ແລະ ເຕັກໂນໂລຊີ; ຄວາມໝັ້ນຄົງທາງໄຊເບີ; ປັນຍາປະດິດ (AI).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















