ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຫຼວງ​ພະ​ບາງ ຊະນະ ປິ່ນ​ແກ້ວ 3-1 ໃນ​ເຕະບານ​ລາວ​ລີກ 1
ເວລາອອກຂ່າວ: 2026-11-04 08:34:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ບຸນ​ພະຈັນ ຍິງ 3 ນັດ​ຕິດຕໍ່​ກັນ ຊ່ວຍ ຫຼວງ​ພະ​ບາງ ໄຟຟ້າ​ລາວ ເປີດ​ບ້ານ​ຊະນະ ນ້ອງ​ໃໝ່ ປິ່ນ​ແກ້ວ 2010 ຈັນທະ​ບູ​ລີ ປາກ​ເຊ 3-1 ລາວ​ລີກ 1 ອາທິດ​ທີ 4 ຂອງ​ລະດູ​ການ​ນີ້. ໄກ່ ບຸນ​ພະຈັນ ບຸນ​ກອງ ກັບຕັນ​ທີມ​ຊາດ​ລາວ ເໝົາ​ສອງ​ປະຕູ​ໃນ​ນັດ​ນີ້ ນາທີ 42', 49', ອີກ​ໜຶ່ງ​ປະຕູ​ຈາກ ສິນ​ນະ​ກອນ ກຸ​ມະນີ​ຄຳ ນາທີ 86', ສ່ວນ ປິ່ນ​ແກ້ວ ຈັນທະ​ບູ​ລີ ໄດ້​ປະຕູ​ຈາກ ປະ​ລິນ​ເດດ ເພັດ​ຕະກຸນ. ບຸນ​ພະຈັນ ຍິງ 3 ນັດ​ຕິດຕໍ່​ກັນ ແລະ ຍິງ​ໄປ​ແລ້ວ 6 ປະຕູ ຈາກ​ການ​ລົງ​ຫຼິ້ນ 4 ນັດ, ຂຶ້ນ​ນຳ​ດາວ​ຍິງ​ສູງ​ສຸດ. ປັດຈຸບັນ ຫຼວງ​ພະ​ບາງ ມີ 9 ຄະແນນ ຈາກ 4 ນັດ, ສ່ວນ ປິ່ນ​ແກ້ວ ຈັນທະ​ບູ​ລີ ນ້ອງ​ໃໝ່ ເສຍ 3 ນັດ​ລວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ