ສຸລິຍາ ມີນາລາວົງ ແລະ ພອນສະຫວັນ ຊາພັກດີ ຜ່ານເຂົ້າຊີງຊະນະເລີດ ສະນຸກເກີ 6 ແດງ ລາຍການ Snooker Regional Meet 2026
ເວລາອອກຂ່າວ: 2026-11-04 08:33:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ: ![]()
ສຸລິຍາ ມີນາລາວົງ ແລະ ພອນສະຫວັນ ຊາພັກດີ ຈັບຄູ່ກັນ ເອົາຊະນະ ຄູ່ຈາກມາເລເຊຍ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງຫຼ້າສຸດ ໃນຮອບທຳອິດ 3-0, ຮອບທີ 2 ຫຼື ຮອບຮອງຊະນະເລີດ ຊະນະ ຄູ່ຈາກສິງກະໂປ ເຈົ້າພາບ 3-0 ຄູ່, ຜ່ານເຂົ້າຮອບຊີງຊະນະເລີດ ໄຜພົບກັບ ຄູ່ຈາກຟີລິບປິນ ເວລາ 13:00 ໂມງ ວັນທີ 3 ພະຈິກ 2026.
ຮູບແບບການແຂ່ງຂັນ ດ່ຽວມື 1 ມື 2 ພົບກັນ ແລະ ປະເພດຄູ່ ລວມ 3 ຄູ່. ທ່ານ ລິຄິດ ອິນທະວົງ ຮັກສາການ ປະທານສະຫະພັນກິລາບິນລ້ຽດ-ສະນຸກເກີ ແຫ່ງຊາດລາວ ໃຫ້ຮູ້ວ່າ: ທາງສະຫະພັນ ໄດ້ສົ່ງນັກກິລາເຂົ້າຮ່ວມລາຍການນີ້ 2 ຄົນ ຕາມໂຄຕ້າຂອງງານ ໂດຍເລືອກ ສຸລິຍາ ມີນາລາວົງ ແລະ ພອນສະຫວັນ ຊາພັກດີ ສອງນັກສະນຸກເກີແຖວໜ້າຂອງປະເທດເຂົ້າຮ່ວມ, ເຊິ່ງລາຍການນີ້ ໄດ້ເຊີນນັກສະນຸກເກີລະດັບແຖວໜ້າຂອງອາຊຽນເຂົ້າຮ່ວມປະຊັນສີມື ເພື່ອກຽມຄວາມພ້ອມກ່ອນຮ່ວມຊີເກມ ຄັ້ງທີ 34 ທີ່ປະເທດມາເລເຊຍ ໃນເດືອນກັນຍາ ປີ 2027.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















