ທີມຊາດລາວ U15 ຈົບລາຍການ FIFA U-15 World Cup & Festival 2026
ເວລາອອກຂ່າວ: 2026-11-04 08:33:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ທີມຊາດລາວ U15 ຈົບລາຍການ FIFA U-15 World Cup & Festival 2026 ດ້ວຍຜົນງານ 10 ນັດ: ຊະນະ 4, ສະເໝີ 1 ແລະ ເສຍ 5, ຍິງໄດ້ 31 ປະຕູ ເສຍ 32 ປະຕູ. ຈົບການແຂ່ງຂັນທີມຊາດລາວຖືກຈັດຢູ່ ລຳດັບ 153 ໃນລາຍການ ແລະ ລຳດັບ 8 ໃນບັນດາ 11 ທີມອາຊຽນ. ໂດຍລາຍການ FIFA U-15 World Cup & Festival 2026 ທີ່ຈັດຂຶ້ນທີ່ ນະຄອນບາກູ ປະເທດອາແຊັກໄບຈານ ມີທີມເຂົ້າຮ່ວມຈິງທັງໝົດ 189 ທີມຊາດ ຈາກ 6 ສະຫະພັນທະວີບ. ໂດຍອັນດັບ 1 ຂອງລາຍການ ຕົກເປັນຂອງສະແອັດສະປາຍ, ອັນດັບ 2 ເປັນຂອງ ສາທາລະນະລັດເຊັກ ແລະ ອັນດັບ 3 ເປັນຂອງປະເທດ ເກຣັກ.
ຜົນງານໃນລາຍການນີ້ຂອງທີມຊາດລາວ ໃນຮອບທຳອິດ ລາວຢູ່ກຸ່ມ K ຈົບອັນດັບ 5 ມີ 4 ຄະແນນ ແລະ ໄດ້ແຂ່ງຂັນຕໍ່ໃນ Tier E. ຈຸດທີ່ໜ້າຊົມເຊີຍແມ່ນລາວ ຊະນະ 3 ນັດສຸດທ້າຍຕິດຕໍ່ກັນ, ຍິງໄດ້ 17 ປະຕູ ແລະ ເສຍ 6 ປະຕູ. ນີ້ເປັນການຈົບລາຍການທີ່ດີ ຫຼັງຈາກສ້າງຜົນງານບໍ່ຄ່ອຍດີໃນຮອບທຳອິດ. ຜົນກັບກາເມີຣູນ ແລະ ເຊເນການ ຊີ້ໃຫ້ເຫັນວ່າລາວຍັງມີວຽກຕ້ອງພັດທະນາເມື່ອພົບທີມທີ່ແຂງກວ່າ. ແລະ ການແຂ່ງຂັນຮູບແບບນີ້ ກໍ່ເປັນຄັ້ງທຳອິດ ສະນັ້ນຈະເປັນບົດຮຽນສຳຄັນໃນການກັບມາແຂ່ງຂັນໃນຄັ້ງຕໍ່ໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















