ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກະຊວງສຶກສາທິການ ແລະ ກິລາ ປະກາດການນໍາໃຊ້ແຜນດໍາເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານ ແມ່ ແລະ ເດັກ 5 ປີ ຄັ້ງທີ V
ເວລາອອກຂ່າວ: 2026-11-03 15:34:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ວັນທີ 3 ພະຈິກ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດການນໍາໃຊ້ແຜນດໍາເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານ ແມ່ ແລະ ເດັກ 5 ປີ ຄັ້ງທີ V, ໂດຍການເປັນປະທານຮ່ວມ ຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຊູຮຸນ ຄິມ ຜູ້ອໍານວຍການພາກພື້ນ ຂອງ UNESCO ປະຈໍາ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ ຂອງກະຊວງສຶກສາທິການ ແລະ ກິລາ, ສະຖາບັນສ້າງຄູ, ນັກສຶກສາ, ອົງການຈັດຕັ້ງມະຫາຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ຂອງຄົນພິການ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ແຜນປະຕິບັດງານນີ້, ມີຈຸດປະສົງເພື່ອແກ້ໄຂອຸປະສັກຕ່າງໆ ທີ່ກີດຂວາງ ເດັກຍິງ, ເດັກຊາຍ, ແມ່ຍິງ ແລະ ເດັກນ້ອຍ ຈາກການເຂົ້າເຖິງໂອກາດທີ່ເທົ່າທຽມກັນ, ການເຂົ້າຮ່ວມຢ່າງເຕັມສ່ວນ ໃນການສຶກສາ ແລະ ການຮຽນຮູ້ ໃນສະພາບແວດລ້ອມທີ່ປອດໄພ ແລະ ໄດ້ຮັບການສະໜັບສະໜູນ. ພ້ອມກັນນັ້ນ, ບົດຄົ້ນຄວ້າຍັງໄດ້ຊອກຫາວິທີ ທີ່ຈະເສີມສ້າງຄວາມສາມາດ ຂອງສະຖາບັນ ເພື່ອແກ້ໄຂການຈໍາແນກທີ່ອີງໃສ່ເພດ, ມາດຕະຖານເພດ ທີ່ເປັນອັນຕະລາຍ ແລະ ຄວາມຮຸນແຮງ. ພ້ອມທັງ, ສົ່ງເສີມຄວາມຮັບຮູ້ທີ່ເພີ່ມຂຶ້ນ ກ່ຽວກັບການປົກປ້ອງເດັກ ແລະ ສິດທິເດັກ ໃຫ້ບັນດາຄູ, ຜູ້ຮຽນ, ຄອບຄົວ ແລະ ຊຸມຊົນ. ການປະກາດນໍາໃຊ້ ແຜນປະຕິບັດງານ 5 ປີນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ເຂັ້ມແຂງໃນການສົ່ງເສີມຄວາມສະເໝີພາບທາງເພດ ແລະ ການປົກປ້ອງສິດ ແລະ ສະຫວັດດີພາບ ຂອງແມ່ຍິງ ແລະ ເດັກນ້ອຍ ໃນທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ນັບແຕ່ປີ 2026-2030 ພວກເຮົາຈະຮ່ວມມືກັນ ເພື່ອເສີມສ້າງນະໂຍບາຍ, ຍົກລະດັບຄວາມຮັບຮູ້, ສ້າງຄວາມສາມາດ ແລະ ປັບປຸງການປະສານງານ ເພື່ອໃຫ້ເດັກຍິງ, ເດັກຊາຍ, ຜູ້ຍິງ ແລະ ຜູ້ຊາຍທຸກຄົນ ສາມາດຮຽນຮູ້, ເຂົ້າຮ່ວມ ແລະ ຈະເລີນຮຸ່ງເຮືອງໃນສະພາບແວດລ້ອມທີ່ປອດໄພ, ຍຸຕິທໍາ. ຂໍຂອບໃຈຢ່າງຈິງໃຈ ມາຍັງລັດຖະບານອົດສະຕຣາລີ ສໍາລັບການຮ່ວມມືໃນການພັດທະນາແຜນການນີ້ ແລະ UNESCO ສໍາລັບການສະໜັບສະໜູນທີ່ມີຄຸນຄ່າໃນການດໍາເນີນການປະເມີນບົດບາດຍິງ-ຊາຍຢ່າງວ່ອງໄວ ເຊິ່ງຊ່ວຍໃຫ້ຮູ້ເຖິງບູລິມະສິດ ແລະ ການກະທໍາ ຂອງພວກເຮົາ. ຄວາມສໍາເລັດ ຂອງແຜນປະຕິບັດງານນີ້, ແມ່ນຂຶ້ນກັບການນໍາພາຢ່າງຕໍ່ເນື່ອງ ຂອງກະຊວງສຶກສາທິການ ແລະ ກິລາ ພ້ອມກັບການມີສ່ວນຮ່ວມຈາກທຸກພາກສ່ວນ ຕັ້ງແຕ່ລະດັບແຂວງ, ເມືອງ, ໂຮງຮຽນ ຮ່ວມໄປເຖິງບ້ານ ເພື່ອສ້າງສະພາບແວດລ້ອມທີ່ທຸກຄົນ ບໍ່ວ່າເພດໃດ ກໍຕ້ອງໄດ້ຮັບການເຄົາລົບ, ການປົກປ້ອງ ແລະ ສາມາດມີສ່ວນຮ່ວມໄດ້ຢ່າງເທົ່າທຽມກັນ. ໂດຍ: ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ