ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເຝິກອົບຮົມ ແລະ ສ້າງຄວາມຮູ້ວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ ຢູ່ແຂວງຄໍາມ່ວນ
ເວລາອອກຂ່າວ: 2026-11-03 14:17:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:



ກອງປະຊຸມ ເຝິກອົບຮົມ ແລະ ສ້າງຄວາມຮູ້ວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ເມືອງ ແລະ ຮ້ານຈໍາໜ່າຍວັດຖຸມີຄ່າ ຢູ່ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2026 ຢູ່ທີ່ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສິນບັນດິດ ອຸດທິວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຕ້ານການຟອກເງິນ, ມີບັນດາຫົວໜ້າ-ຮອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ 10 ເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຄະນະຮັບຜິດຊອບ, ວິທະຍາກອນ, ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ, ບັນດາຜູ້ປະກອບການຮ້ານຈໍາໜ່າຍວັດຖຸມີຄ່າ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ມີ 4 ຈຸດປະສົງຕົ້ນຕໍ ຄື: 1. ເພື່ອເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳທີ່ກ່ຽວຂ້ອງ ກັບການຄຸ້ມຄອງການຈຳໜ່າຍວັດຖຸມີຄ່າ, ລວມທັງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໃຫ້ພະນັກງານ-ລັດຖະກອນ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບ; 2. ເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳໃນສັງຄົມ; 3. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ປະກອບການຈຳໜ່າຍວັດຖຸມີຄ່າ ໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; 4. ເພື່ອເປັນເວທີແລກປ່ຽນຄຳຄິດຄຳເຫັນ,ຖອດຖອນບົດຮຽນ ແລະ ຊອກ ຫາວິທີແກ້ໄຂບັນຫາຄົງຄ້າງ ລະຫວ່າງພາກລັດຜູ້ຄຸ້ມຄອງ ແລະ ຜູ້ປະກອບການໃນແຂວງຄຳມ່ວນ. ໃນໄລຍະການເຝິກອົບຮົມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ຮັບຮູ້ກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ; ຂໍ້ຕົກລົງ ວ່າດ້ວຍ ທຸລະກິດຈໍາໜ່າຍວັດຖຸມີຄ່າ; ຄໍາແນະນໍາ ກ່ຽວກັບມາດຕະການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຜູ້ດໍາເນີນທຸລະກິດຈໍາໜ່າຍວັດຖຸມີຄ່າ; ຄູ່ມືແນະນໍາ ການລາຍງານທຸລະກໍາເງິນສົດທີ່ມີມູນຄ່າສູງ ແລະ ທຸລະກໍາທີ່ສົງໃສວ່າເປັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາລັບຜູ້ດໍາເນີນທຸລະກິດຈໍາໜ່າຍວັດຖຸມີຄ່າ; ດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ; ເຜີຍແຜ່ຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ 2 ຂອງຂະແໜງຊື້-ຂາຍວັດຖຸມີຄ່າ; ຄູ່ມືແນະນໍາ ກ່ຽວກັບການກວດສອບຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ ກ່ອນ ແລະ ຫຼັງ ການອອກອະນຸຍາດດໍາເນີນທຸລະກິດຈໍາໜ່າຍວັດຖຸມີຄ່າ; ຄໍາແນະນໍາການປະເມີນ ແລະ ບໍລິຫານຄວາມສ່ຽງ ສໍາລັບຜູ້ຄຸ້ມຄອງຫົວໜ່ວຍທຸລະກິດຈໍາໜ່າຍວັດຖຸມີຄ່າ; ຄູ່ມືການກວດກາກັບທີ່ ທຸລະກິດຈໍາໜ່າຍວັດຖຸມີຄ່າ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນໃສ່ເອກະສານແຕ່ລະສະບັບ. ພ້ອມນັ້ນ, ຍັງໄດ້ເຄື່ອນໄຫວຕິດຕາມກວດກາຮ້ານຈໍາໜ່າຍວັດຖຸມີຄ່າ ຢູ່ແຂວງຄຳມ່ວນ ຈໍານວນໜຶ່ງ ຕື່ມອີກ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ