ເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25
ເວລາອອກຂ່າວ: 2026-11-03 10:10:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ: ![]()
ພິທີ ເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026, ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ” ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2026 ນີ້, ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ແລະ ຊາວຊ່າງຫັດຖະກຳລາວ ເຂົ້າຮ່ວມ.
ທ່ານ ນາງ ຈັນເທົາ ປະຖໍາມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳລາວ ໄດ້ເລົ່າປະຫວັດຄວາມເປັນມາ ຂອງງານມະຫະກຳສີມືຫັດຖະກຳລາວ ແລະ ວັນຫັດຖະກຳລາວ (1 ພະຈິກ) ໂດຍໃຫ້ຮູ້ວ່າ: ງານມະຫະກຳສີມືຫັດຖະກຳລາວ ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2002 ຢູ່ສູນອອກແບບຫັດຖະກຳ ບ້ານສະພານທອງກາງ ມີພຽງ 10 ຫົວໜ່ວຍເຂົ້າຮ່ວມ ແຕ່ງານດັ່ງກ່າວມາຮອດໃນປີ 2026 ເປັນຄັ້ງທີ 25 ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຫົວໜ້າຄະນະກະກຽມຈັດງານ ໄດ້ລາຍງານວ່າ: ງານມະຫະກຳສີມືຫັດຖະກຳລາວ ແມ່ນງານປະເພນີບຸນປາງໃຫຍ່ ຂອງຊາວຊ່າງຫັດຖະກຳລາວ, ສະເພາະປີນີ້ ເປັນປີທີ່ມີຄວາມເປັນພິເສດ ເພາະເປັນການສະເຫຼີມສະຫຼອງ ຄົບຮອບ 25 ປີ ຫຼື ຄັ້ງທີ 25 ຂອງງານມະຫະກຳສີມືຫັດຖະກໍາລາວ, ງານດັ່ງກ່າວໄດ້ເລີ່ມແຕ່ວັນທີ 31 ຕຸລາ-8 ພະຈິກ (9 ວັນ) ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ມີຮ້ານວາງສະແດງ ແລະ ຂາຍສິນຄ້າ 200 ກວ່າຮ້ານ ໃນນັ້ນ, ພາຍໃນງານ ຍັງມີກິດຈະກໍາການສາທິດການຕໍ່າຫູກ, ສາວໄໝ, ເຂັນຝ້າຍ, ຕີເງິນ, ຈັກສານ, ປັ້ນດິນເຜົາ, ແກະສະລັກ ແລະ ອື່ນໆ, ມີ 17 ແຂວງ ແລະ 1 ນະຄອນຫຼວງ ໃນທົ່ວປະເທດ ລວມມີ 18 ພາກສ່ວນເຂົ້າຮ່ວມ ພ້ອມນັ້ນ, ຍັງມີ ຫ້ອງວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ຈາກ ສສ ຫວຽດນາມ, ມຽນມາ, ຣາຊະອານາຈັກໄທ ແລະ ຍີ່ປຸ່ນ. ນອກຈາກນີ້, ຍັງມີກິດຈະກໍາທີ່ໂດດເດັ່ນ ແລະ ມີຄວາມເປັນພິເສດທີ່ສຸດ ແລະ ເປັນຄັ້ງທໍາອິດໃນປະຫວັດຄວາມເປັນມາ ຂອງງານມະຫາກໍາສີມືຫັດຖະກໍາລາວ ຄື: ການປະກວດທິດາຫັດຖະກໍາລາວ ພາຍໃຕ້ການຮ່ວມມື ລະຫວ່າງ ສະມາຄົມຫັດຖະກໍາ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຍັງມີອີກຫຼາຍກິດຈະກຳຕື່ມອີກ. ການວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ປະກອບດ້ວຍຫຼາຍພາກສ່ວນຄື: ພາກສ່ວນເຄື່ອງປະດັບ, ພາກສ່ວນເຄື່ອງຈັກສານ, ພາກສ່ວນຜະລິດຕະພັນວັດທະນະທໍາ, ພາກສ່ວນອາຫານພື້ນເມືອງ, ສະໝຸນໄພ ແລະ ອື່ນໆ.
ໂອກາດດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວເປີດງານງານຢ່າງເປັນທາງການ. ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍແຂກກິດຕິມະສັກ ໄດ້ຂຶ້ນຈຳລອງຂະບວນການສາວໄໝ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ ແກ່ການເປີດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















