ປະທານ FIFA ສົ່ງສານຍ້ອງຍໍຊົມເຊີຍ ສະໂມສອນ ມາດສະດາ ຈີບີ ຫຼັງຄວ້າແຊັມບານເຕະຍິງແຫ່ງຊາດລາວ
ເວລາອອກຂ່າວ: 2026-11-02 08:47:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ອີງຕາມລາຍງານຂ່າວຈາກເພສ MAZDA LAOS GB FC ໃນວັນທີ 28 ຕຸລາ 2026 ວ່າ: ທ່ານ ຈີອານນີ ອິນຟານຕີໂນ (Gianni Infantino) ປະທານສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ສົ່ງສານສະແດງຄວາມຍິນດີຢ່າງເປັນທາງການ ເຖິງ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເພື່ອຮ່ວມຍ້ອງຍໍຊົມເຊີຍ ສະໂມສອນ ມາດສະດາ
ຈີບີ (Mazda GB FC) ທີ່ສາມາດຄວ້າແຊັມການແຂ່ງຂັນບານເຕະຍິງແຫ່ງຊາດລາວ ປະຈຳລະດູການຫຼ້າສຸດ.
ໃນເນື້ອໃນຈົດໝາຍດັ່ງກ່າວ, ປະທານ FIFA ໄດ້ກ່າວສະແດງຄວາມຍິນດີຕໍ່ຜົນງານອັນຍອດຢ້ຽມຂອງທັບນັກກິລາບານເຕະຍິງ ມາດສະດາ ຈີບີ ໂດຍລະບຸວ່າ: "ຄວາມພະຍາຍາມ ແລະ ຜົນງານທີ່ສະແດງອອກຢ່າງຕໍ່ເນື່ອງຕະຫຼອດລະດູການຂອງພວກເຂົາ ໄດ້ຮັບຜົນສຳເລັດແລ້ວ ເຊິ່ງນຳໄປສູ່ການຄວ້າຕຳແໜ່ງອັນສຳຄັນນີ້. ຂໍສະແດງຄວາມຍິນດີມາຍັງສະມາຊິກທຸກຄົນໃນທີມ ແລະ ສະໂມສອນສຳລັບຜົນສຳເລັດອັນຍິ່ງໃຫຍ່ດັ່ງກ່າວ."
ພ້ອມດຽວກັນນັ້ນ, ທ່ານ ຈີອານນີ ອິນຟານຕີໂນ ຍັງໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ວິເພັດ ສີຫາຈັກ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ການສະໜັບສະໜູນ, ເຮັດວຽກໜັກ ແລະ ອຸທິດຕົນເຂົ້າໃນການຊຸກຍູ້ພັດທະນາວຽກງານບານເຕະຍິງໃນ ສປປ ລາວ ຢ່າງຕໍ່ເນື່ອງ ພ້ອມທັງຫວັງຢ່າງຍິ່ງວ່າຈະໄດ້ພົບປະທັກທາຍກັນອີກໃນໂອກາດໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















