ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເວທີສົນທະນາ ຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ
ເວລາອອກຂ່າວ: 2026-10-29 14:28:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:



ເວທີສົນທະນາ ຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງ ພະພຸດທະສາສະໜາ ກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາ ຊາວໜຸ່ມ ກັບພະພຸດທະສາສະໜາ ໃນວັນທີ 29 ຕຸລາ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍມີ ພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ, ຮອງປະທານ, ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງ ນະຄອນເສີນເຈິນ ສປ ຈີນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ ພະອາຈານໃຫຍ່ ດຳລົງ ພິມມະຈັກ ກ່າວວ່າ: ພະສົງມີບົດບາດສຳຄັນໃນວິຖີຊີວິດ ຂອງຄົນໃນສັງຄົມ, ເປັນຜູ້ນຳທາງຈິດວິນຍານໃນການດຳລົງຊີວິດບໍ່ວ່າທາງກົງ ກໍຄືທາງອ້ອມ, ຢ່າງໃດກໍດີ ມາເຖິງປັດຈຸບັນ ເປັນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານ ເຮັດໃຫ້ການເຂົ້າເຖິງໄດ້ງ່າຍ, ການເຜີຍແຜ່ພະພຸດທະສາສະໜາໃນຮູບແບບປັດຈຸບັນ ໂດຍໃຊ້ເຕັກໂນໂລຊີດີຈີຕອນ ມາຊ່ວຍເປັນເຄື່ອງມື ຈະຊ່ວຍໃຫ້ຄົນສະໄໝໃໝ່ເຂົ້າເຖິງຫຼັກທຳ ຂອງອົງພະສໍາມາສໍາພຸດທະເຈົ້າໄດ້ງ່າຍ, ທົ່ວເຖິງ, ກວ້າງຂວາງ ແລະ ວ່ອງໄວ, ມີສ່ວນສຳຄັນໃນການຊ່ວຍສົ່ງເສີມສະໜັບສະໜູນຄະນະສົງ ໄດ້ເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ການເຜີຍແຜ່ທໍາເປັນໄປໄດ້ດີຍິ່ງໆ ຂຶ້ນ ຄວາມສໍາພັນ ລະຫວ່າງ ພະພຸດທະສາສະໜາ ກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ປ່ຽນແປງໄປຈາກອະດີດຫຼາຍ ໂດຍພວກເຂົາບໍ່ໄດ້ເບິ່ງພະພຸດທະສາສະໜາໃນຂອບ ຂອງປະເພນີ ຫຼື ພິທີກຳແບບເດີມອີກຕໍ່ໄປ ແຕ່ໄດ້ປັບປ່ຽນໃຫ້ເຂົ້າກັບວິຖີ ຂອງຊີວິດ, ຄວາມຄິດ ແລະ ປັນຫາ ຂອງສັງຄົມສະໄໝໃໝ່ ເຊິ່ງລັກສະນະສໍາຄັນ ຂອງພະພຸດທະສາສະໜາກັບຄົນຍຸກໃໝ່ ຄື: 1. ເປັນພື້ນທີ່ໃຫ້ຄົນຮຸ່ນໃໝ່ຫັນມາສົນໃຈຫຼັກທໍາທາງພະພຸດທະສາສະໜາໃນແງ່ ຂອງຈິດຕະວິທະຍາ, ການຈັດການຄວາມອຸກໃຈ, ຄວາມວິຕົກກັງວົນ ແລະ ການດູແລສຸຂະພາບຈິດ ໃນຊີວິດປະຈຳວັນ; 2. ເຂົ້າເຖິງງ່າຍຜ່ານ Pop Culture ແລະ ຄໍາສອນໄດ້ຖືກຊ່ວຍໃຫ້ຢູ່ໃນຮູບແບບທີ່ເຂົ້າໃຈງ່າຍ, ທັນສະໄໝ ການປັບຫຼັກທໍາໃຫ້ເຊື່ອມໂຍງກັບກະແສສັງຄົມຜ່ານແພລັດຟອມອອນລາຍຕ່າງໆ; 3. ເນັ້ນເຫດຜົນ ແລະ ຄວາມເປັນຈິງຫຼາຍກວ່າພິທີກໍາ, ຄົນຮຸ່ນໃໝ່ຕັ້ງຄໍາຖາມ ກັບພິທີກໍາຄວາມເຊື່ອທີ່ພິສູດບໍ່ໄດ້ ຫຼື ປັນຫາໃນຮູບໂຄງສ້າງໃນອົງກອນສົງ ເຊັ່ນ: ການຂາຍສັດທາ ການນໍາພາໄປໃນຮູບແບບໄສຍະສາດ ເປັນຕົ້ນ ແລະ ພາກັນເລືອກສັດທາໃນສ່ວນທີ່ສາມາດນໍາມາໃຊ້ປະຕິບັດໄດ້ຈິງໃນຊີວິດ; 4. ການປັບໂຕ ຂອງສາສະໜາສູ່ສາສະໝາໃໝ່: ມີການນໍາຫຼັກສະຕິ ແລະ ຫຼັກສະມາທິໄປບູລະນາການເຂົ້າກັບການເຮັດວຽກງານ, ການຮຽນ ແລະ ການພັດທະນາຕົນເອງ ເພື່ອສ້າງຄວາມສົມມະດຸນໃນຍຸກທີ່ເຕັກໂນໂລຊີ ແລະ ທຶນນິຍົມໝູນໄປຢ່າງວ່ອງໄວ. ໂດຍ: ອານຸສອນ ສິມວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ