ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ຄັ້ງທີ XI
ເວລາອອກຂ່າວ: 2026-10-28 14:32:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ:



ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ຄັ້ງທີ XI ໄດ້ເປີດຂຶ້ນໃນວັນທີ 28 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພູດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພຣະອາຈານໃຫຍ່ ອິນຊູນ (Yin Shun) ປະທານ ສະມາຄົມພຸດທະສາສະໜາ ແຫ່ງ ນະຄອນເສີນເຈີ້ນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພຣະເຖຣານຸເຖຣະ ຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ. ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ ຫົວຂໍ້ ''ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ'' ເພື່ອສົ່ງເສີມການປືກສາຫາລື ແລະ ແລກປ່ຽນວັດທະນາທຳລະຫວ່າງກັນ ໂດຍການເປັນເຈົ້າພາບຮ່ວມຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ຮ່ວມກັບສະມາຄົມພຸດທະສາສະໜານະຄອນເຊີນເຈີນ ແລະ ວັດຫົງຟ້າ ຂອງ ສປ ຈີນ, ກອງປະຊຸມຈັດຂຶ້ນໃນທ່າມກາງບັນຍາກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ ແລະ ເປັນປີທີ່ສອງປະເທດຍົກລະດັບສາຍພົວພັນເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ລະຫວ່າງ ສອງພັກ, ທັງເປັນປີແຫ່ງມິດຕະພາບ ລາວ-ຈີນ, ປີທ່ອງທ່ຽວ ລາວ-ຈີນ ແລະ ໃນບັນຍາກາດຊາວພຸດທະສາສະໜາ ໄດ້ຈັດງານບຸນປະເພນີອອກພັນສາປະວໍຣະນາ. ຈຸດປະສົງຂອງກອງປະຊຸມ: ເພື່ອສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ X ໃຫ້ມີຜົນເປັນຮູບປະທໍາ; ເພື່ອຮ່ວມກັນຈັດກອງປະຊຸມ ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ແລະ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຫຼັກທໍາຄໍາສອນ ຂອງພຸດທະສາສະໜາ, ສົ່ງເສີມຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍທາງວັດທະນະທໍາ, ພ້ອມທັງ ສົ່ງເສີມສັນຕິພາບ ແລະ ການພັດທະນາຮ່ວມ ໄດ້ຈັດກັນຢ່າງຍືນຍົງ. ກອງປະຊຸມພຸດທະສາສະໜາໜານໄຫ່ ໃນຄັ້ງນີ້ ໄດ້ເປັນເວທີສາກົນໜຶ່ງ ທີ່ສຳຄັນທາງພຸດທະສາສະໜາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ພຸດທະສາສະໜາດ້ວຍກັນ ແລະ ພະສົງ ເພື່ອຄົ້ນຄວ້າພະທຳຄຳສອນ ແລະ ຕິດພັນກັບການສ້າງຄວາມເຂົ້າໃຈ ໃຫ້ພຸດທະສາສະນິກະຊົນ ຮູ້ຈັກ ແລະ ປະຕິບັດຕາມພະທຳຄຳສອນ ຂອງພະພຸດທະສາສະໜາ, ທັງເປັນການສືບທອດມໍລະດົກທາງດ້ານສາສະໜາ ແລະ ວັດທະນະທໍາໃຫ້ເລິກເຊິ່ງ ເປັນຮູບປະທໍາ ເປັນຕົ້ນ: ເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆ. ສິ່ງເຫຼົ່ານີ້ ໄດ້ເປັນສ່ວນ ໜຶ່ງທີ່ສຳຄັນ ຕາມຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສປປ ລາວ-ສປ ຈີນ ເພື່ອສົ່ງເສີມເສັ້ນທາງແຫ່ງສັນຕິພາບມິດຕະພາບ, ສ້າງຄວາມຈະເລີນຮຸ່ງເຮືອງ, ປົກປັກຮັກສາວັດທະນະທໍາ, ອາລິຍະທຳ ແລະ ຮີດຄອງປະເພນີອັນດີງາມ ໃຫ້ແກ່ຄົນຮຸ່ນຫຼັງສືບຕໍ່ຕະຫຼອດໄປ. ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ໄດ້ກ່າວວ່າ: ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ຄັ້ງທີ XI ທີ່ ນະຄອນຫຼວງວຽງຈັນ ແມ່ນນິມິດໝາຍອັນສໍາຄັນ ຄັ້ງປະຫວັດສາດ ການຮ່ວມມື ທາງດ້ານພຣະພຸດທະສາສະໜາ ແລະ ວັດທະນະທໍາ ຂອງອົງການພຸດທະສາສະໜາ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ເວົ້າລວມ, ເວົ້າສະເພາະ ກໍຄືສະມາຄົມພຸດທະສາສະໜາ ນະຄອນເຊີນເຈີນ ແລະ ວັດຫົງຟ້າ ແມ່ນມີຄວາມຮ່ວມມືສາຍພົວພັນຮັດແໜ້ນ ຂອງອົງການພຸດທະສາສະໜາ ທັງສອງປະເທດ ໃຫ້ຄວາມຈະເລີນກ້າວໜ້າດີຍິ່ງໆ ຂຶ້ນ ດ້ວຍຫຼັກທໍາຄື ສັດທາຄວາມເຊື່ອໝັ້ນວາງໃຈຕໍ່ກັນ ຄວາມປະພຶດດີງາມຈິງໃຈຕໍ່ກັນ ພະຫຸສຸຕະ ການແລກປ່ຽນບົດຮຽນ, ແລກປ່ຽນການສຶກສາສົງ ແລະ ແລກປ່ຽນທັດສະນະການສຶກສາ ຮ່ວມມືກັນຮອບດ້ານ ເຫັນໄດ້ໃນປີ 2019 ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ນະຄອນເຊີນເຈີນ ແລະ ວັດຫົງຟ້າ ໄດ້ມີການແລກປ່ຽນການສຶກສາສົງດ້ວຍກັນ ໂດຍທາງລາວ ໄດ້ສົ່ງພຣະສົງໜຸ່ມ 20 ອົງ ໄປແລກປ່ຽນບົດຮຽນການສຶກສາສົງ ທີ່ວັດຫົງຟ້າ ເປັນເວລາ 6 ເດືອນ ແລະ ມາໃນປີ 2026 ນີ້ ທາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍໄດ້ສົ່ງພຣະສົງໜຸ່ມ ໄປແລກປ່ຽນບົດຮຽນການສຶກສາສົງ ຈໍານວນ 20 ອົງ ເປັນເວລາເກືອບ 1 ປີ. ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຍັງໄດ້ກ່າວອີກວ່າ: ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ XI ໃນປີນີ້ ໄດ້ມີຫຼັກການ, ວິທີການ, ແນວທາງ ທີ່ຄະນະເຈົ້າພາບຈັດກອງປະຊຸມ ໄດ້ນໍາສະເໜີ ເພື່ອໃຫ້ເກີດປະໂຫຍດສຸກ ແກ່ມວນມະນຸດສະຍະຊາດ ປະກອບດ້ວຍຫົວຂໍ້ໃຫຍ່ ວ່າດ້ວຍຕົ້ນກຳເນີດດຽວກັນ ການຮ່ວມມືປະນິທານຮ່ວມກັນ ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ ທີ່ນະຄອນຫຼວງວຽງຈັນ ໝາຍເຖິງພວກເຮົາຊາວພຸດທະບໍຣິສັດທັງຫຼາຍ ຈະເປັນພຣະພຸດທະສາສະໜາເຖຣະວາດ ຫຼື ມະຫາຍານ ພວກເຮົາກໍມີອົງພຣະສໍາມາສໍາພຸດທະເຈົ້າ ເປັນພຣະບໍຣົມສາສະດາຈານ ເປັນພໍ່ແມ່ທີ່ສູງສຸດ ຂອງພວກເຮົາທັງໝົດ ມີພຣະທໍາຄໍາສັ່ງສອນ ວ່າດ້ວຍຫຼັກປະພຶດປະຕິບັດອັນດຽວກັນ ຄື ຄວາມເມດຕາ ກະຣຸນາ ມຸທິຕາ ອຸເປກຂາ ຫຼັກອະຣິຍະສັດຈະ 4 ຫຼັກ ທໍາອັນສາກົນ ຄື: ສຸດທິ ປັນຍາ ເມດຕາ ຂັນຕິ ແລະ ເຜີຍແຜ່ຫຼັກທໍາເຫຼົ່ານີ້ ໃຫ້ກວ້າງຂວາງຮ່ວມກັນ ເພື່ອຄວາມສຸກ ຄວາມຈະເລີນ ສ້າງສັນຕິພາບພາຍໃນ ຕະຫຼອດສັນຕິພາບຂອງໂລກ. ບົນຫົວຂໍ້ ຫຼັກການ, ວິທີການ ແນວທາງໃນການປະຕິບັດຮ່ວມກັນ ຂອງກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນທີ່ສຸດ. ໂດຍ: ອານຸສອນ ສິມວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ