ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົງຊຸກຍູ້ຂະບວນການສ້າງນັກຮົບວັດທະນະທຳ ແລະ ກອງວັດທະນະທຳຢູ່ກອງພັນ 163
ເວລາອອກຂ່າວ: 2019-11-18 08:57:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ໃນວັນທີ 13 ພະຈິກນີ້, ສະຫາຍ ພົນຈັດຕະວາ ສາຍ ສະໝອນ ສະຫຼັບແສງ ກຳມະການຄະນະພັກກົມໃຫຍ່ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບພ້ອມ ດ້ວຍຄະນະໄດ້ລົງຊຸກຍູ້ຂະບວນການສ້າງນັກຮົບ ແລະ ກອງວັດທະນະທຳຢູ່ກອງພັນ 163. ໃນໂອກາດລົງຊຸກຍູ້ວຽກງານດັ່ງກ່າວໃນຄັ້ງນີ້ ສະຫາຍຫົວ ໜ້າກົມໂຄສະນາອົບຮົມໄດ້ຮັບຟັງການລາຍງານສະພາບການ ເຄື່ອນໄຫວໂດຍຫຍໍ້ຜ່ານຂະບວນການສ້າງນັກຮົບ ແລະ ກົມ ກອງວັດທະນະທຳຢູ່ກອງພັນ 163 ໃນໄລຍະຜ່ານມາຈາກ ສະຫາຍ ພັນໂທ ບຸນນຳ ເພັດລາທອນ ຫົວໜ້າການເມືອງກອງດັ່ງກ່າວໃຫ້ຮູ້ວ່າ: ຄະນະ ພັກ-ຄະນະບັນຊາກອງພັນ 163 ໄດ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ- ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນ ທ່ຽງເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ, ຂອງກອງທັບໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກເພື່ອເປັນບ່ອນອີງໃນການສົ່ງ ເສີມກໍ່ສ້າງພະນັກງານຮຸ່ນໜຸ່ມທີ່ມີຄວາມຮູ້ ຄວາມສາມາດໃນ ການກໍ່ສ້າງພັກ-ພະນັກງານ, ເອົາໃຈໃສ່ສ້າງພະນັກງານ-ນັກຮົບ ໃຫ້ກາຍເປັນນັກຮົບວັດທະນະທຳ ແລະ ກົມກອງວັດທະນະທຳໃນຕໍ່ໜ້າ, ກົມກອງຍັງໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອ 3 ໜ້າທີ່ 4 ການພົວພັນຂອງກອງທັບ ໂດຍໄດ້ຖືເອົາການຫັນລົງກໍ່ສ້າງຮາກ ຖານຢູ່ໃນເຂດໝູ່ບ້ານອ້ອມຂ້າງກົມກອງໂດຍສົມທົບກັບອົງການ ຈັດຕັ້ງແຕ່ລະຂັ້ນຂອງທ້ອງຖິ່ນເພື່ອເປັນການປົກປັກຮັກສາຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ພ້ອມນີ້, ຄະນະພັກ-ຄະນະບັນຊາກົມກອງຍັງໄດ້ສຸມໃສ່ດ້ານວຽກງານປັບປຸງສະຖານທີ່ຄ້າຍຄູຂອງກົມກອງໃຫ້ ມີຄວາມແໜ້ນໜາຖາວອນ, ເຊິ່ງປັດຈຸບັນທົ່ວກົມກອງມີຫ້ອງການຖາວອນ 6 ຫຼັງ, ເຮືອນນອນ 14 ຫຼັງ, ສາງໄວ້ເຄື່ອງ 2 ຫຼັງ, ເຮືອນຄົວ 11 ຫຼັງ, ໂຮງ ໝໍກອງພັນ 1 ຫຼັງ, ເຮືອນໄວ້ ລົດ 1 ຫຼັງ, ນອກນີ້ກໍຍັງໄດ້ປູກດອກໄມ້ປະດັບປະດາ ແລະ ເຮັດປ້າຍຄຳຂັວນຕ່າງໆໃຫ້ມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ, ດ້ານວຽກງານແກ້ໄຂຊີວິດການເປັນຢູ່ໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງໃນນີ້ໄດ້ປູກພືດກະສິກຳ ແລະ ຜັກຊະນິດຕ່າງໆໄດ້ 15.600 ກິໂລ, ປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ອຸດສາຫະກຳໄດ້ 1.200 ຕົ້ນ, ລ້ຽງງົວທັງໝົດ 66 ໂຕ, ແບ້ 68 ໂຕ, ສັດປີກ 1.575 ໂຕ ແລະ ມີໜອງປາ 14 ໜອງປ່ອຍປາໃສ່ແລ້ວ 12 ໜອງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ