ຮອງປະທານ ຄະນະປະຈຳ ສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ ຢ້ຽມຂໍ່ານັບ ປະທານສູນກາງແນວລາວສ້າງຊາດ
ເວລາອອກຂ່າວ: 2026-10-26 10:47:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ: ![]()
ວັນທີ 25 ຕຸລາ 2026 ນີ້, ທີ່ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ, ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານ ຄະນະປະຈໍາ ສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານ ສະມາຄົມພຸດທະສາສະໜາ ເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມ ພຸດສາສະໜາໜານໄຫ ທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເນື່ອງໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫ ຄັ້ງທີ 11 ຢູ່ນະຄອນຫຼວງວຽງຈັນ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມ, ໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ໃນໂອກາດດັ່ງກ່າວ, ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຂອງພະອາຈານໃຫຍ່ ອິນຊູນ ພ້ອມດ້ວຍຄະນະ ໂດຍໄດ້ເນັ້ນເຖິງຄວາມສໍາຄັນ ຂອງກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫ ຄັ້ງທີ 11 ເຊິ່ງເປັນເວທີ ແຫ່ງຄວາມເຂົ້າໃຈ ແລະ ຄວາມສາມັກຄີອັນດີງາມ ລາວ-ຈີນ ກໍຄືບັນດາປະເທດໃນພູມີພາກ. ພ້ອມນີ້, ທັງສອງຝ່າຍໄດ້ທົບທວນຄືນການຮ່ວມມືທີ່ຜ່ານມາ ໃນດ້ານການສົ່ງເສີມພຸດທະສາສະໜາ, ງານບຸນປະເພນີ, ການແລກປ່ຽນວັດທະນະທໍາ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ.
ພະອາຈານໃຫຍ່ ອິນຊູນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງປະທານ ສູນກາງແນວລາວສ້າງຊາດ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊະຕາກໍາ ຈີນ-ລາວ, ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານສາສະໜາ ແລະ ວັດທະນະທໍາ ຈົ່ງນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຜະລິດຂ່າວໂດຍ: ກົມໂຄສະນາ ສູນກາງແນວລາວສ້າງຊາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















