ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ປກສ ເມືອງສະໜາມໄຊ ທຳລາຍອາວຸດລ່າເນື້ອ ແລະ ອຸປະກອນຫາປາ ທີ່ຜິດກົດໝາຍ
ເວລາອອກຂ່າວ: 2026-10-23 15:21:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 615 | ຄວາມນິຍົມ:



ວັນທີ 23 ຕຸລາ 2026 ນີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງສະໜາມໄຊ ໄດ້ຈັດພິທີ ທຳລາຍອາວຸດລ່າເນື້ອ ແລະ ອຸປະກອນຫາປາ ທີ່ຜິດລະບຽບກົດໝາຍ ທີ່ເຈົ້າໜ້າທີ່ຢຶດມາໄດ້ຈາກການລົງກວດກາ ແລະ ປາບປາມ ໃນໄລຍະຜ່ານມາ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳສະໄໝ ໄຊຍະສັກ ຄະນະປະຈຳພັກເມືອງ, ມີກຳມະການພັກເມືອງ, ອົງການປົກຄອງເມືອງ, ອຳນາດການປົກຄອງທ້ອງຖິ່ນ, ປະທານປົກຄອງຕາແສງ, ເຈົ້າໜ້າທີ່ຕຳຫຼວດ-ທະຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ຄະນະຮັບຜິດຊອບ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວກວດກາ, ປາບປາມ ການກະທຳຜິດກົດໝາຍ ເປັນຕົ້ນແມ່ນການລັກລອບນຳໃຊ້ ອາວຸດເສິກ, ປືນປະດິດ ເພື່ອລ່າເນື້ອ ແລະ ການນຳໃຊ້ອຸປະກອນຫາປາແບບດັບສູນ ເຊັ່ນ: ເຄື່ອງຊອດປາ, ມອງຕາຖີ່, ລະເບີດ ຫຼື ສານເຄມີ ທີ່ເປັນການທຳລາຍຊັບພະຍາກອນທຳມະຊາດ ແລະ ສັດນ້ຳ-ສັດປ່າ ຢ່າງຮ້າຍແຮງ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດເກັບກູ້ ແລະ ທ້ອນໂຮມໄດ້ຄື: ປະເພດອາວຸດປືນ 435 ກະບອກ ໃນນີ້, ປືນແກັບ 372 ກະບອກ, ປືນຍິງລູກແມັກ 63 ກະບອກ, ເລົາຢືນແກັບ 6 ເລົາ, ປະເພດເຄື່ອງມືຫາປາ ທີ່ຜິດລະບຽບກົດໝາຍ 148 ເຄື່ອງ ໃນນີ້ ເຄື່ອງດູດ 7 ເຄື່ອງ, ເຄື່ອງຊອດ 141 ເຄື່ອງ, ປະເພດຈັກສະຕິນ 13 ເຄື່ອງ ແລະ ເຄື່ອງມືທີ່ຜິດລະບຽບກົດໝາຍອື່ນໆ ອີກຈໍານວນໜຶ່ງ. ໂອກາດນີ້, ສະຫາຍ ພັນໂທ ຄຳສະໄໝ ໄຊຍະສັກ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ກຳລັງ ປກສ ເມືອງ ເພີ່ມພູນຄວາມຮັບໃນການໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ ໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າຮ່ວມໃນການປົກຮັກສາຄວາມສະຫງົບ, ສືບຕໍ່ກວດກາ ແລະ ເກັບກູ້ອາວຸດ, ອຸປະກອນຫາປາຜິດກົດໝາຍ ໃຫ້ໝົດໄປຈາກທ້ອງຖິ່ນ. ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນທຳລາຍອາວຸດລ່າເນື້ອ ແລະ ອຸປະກອນຫາປາ ທີ່ຢຶດມາໄດ້ຢ່າງເປັນທາງການ. ໂດຍ: ພອນສຸກ ແວວສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ