ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ແຂວງວຽງຈັນ ໄຂກອງປະຊຸມສະຫຼຸບວຽກງານກວດກາ ໄລຍະ 5 ປີ
ເວລາອອກຂ່າວ: 2026-10-23 09:19:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 587 | ຄວາມນິຍົມ:



ວັນທີ 22 ຕຸລາ 2026 ນີ້, ແຂວງວຽງຈັນ ໄດ້ໄຂກອງປະຊຸມສະຫຼຸບວຽກງານກວດກາ ທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາຄະນະປະຈຳພັກ, ຄະນະພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ລໍາໄມ ກູດລາວົງ ກໍາມະການຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການວຽກງານຈຸດສຸມ 5 ປີ (2026-2030) ຂອງແຂວງວຽງຈັນ ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 5 ປີຜ່ານມາ ເຊິ່ງໄດ້ຕິດຕາມ ກວດກາ ການລົງທຶນຂອງລັດ ຈໍານວນ 1.084 ໂຄງການ ຜ່ານການຕິດຕາມ, ກວດກາ ໄດ້ມີການຈັດຕັ້ງປະຕິບັດຕົວຈິງ 519 ໂຄງການ ແລະ ເຫັນວ່າ ບາງໂຄງການບໍ່ມີການວາງເງິນຄໍ້າປະກັນ ຫຼື ໜັງສືຄໍ້າປະກັນສັນຍາ ເຊິ່ງບໍ່ສອດຄ່ອງກັບ ກົດໝາຍ ວ່າດ້ວຍ ການລົງທຶນຂອງລັດ; ໂຄງການບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງທ້ອງຖິ່ນ (ບ້ວງ20%) ບໍ່ໄດ້ຜ່ານການຮັບຮອງ ຂອງສະພາປະຊາຊົນຂັ້ນແຂວງ ແລະ ການຊຳລະບໍ່ໄດ້ ຜ່ານພະແນກ ແຜນການ ແລະ ການລົງທຶນແຂວງ ເພື່ອຢັ້ງຢືນການຊຳລະ; ໄດ້ຕິດຕາມ, ກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີ ຈຳນວນ 5 ໂຄງການ ຄື: ໂຄງການກໍ່ສ້າງ ເສັ້ນທາງປູຢາງ 2 ຊັ້ນ ແຕ່ ບ້ານ ວຽງຄໍາ ເມືອງວຽງຄໍາ ຫາ ບ້ານລິ້ງຊັນ ເມືອງທຸລະຄົມ ຜ່ານການຕິດຕາມ ກວດກາ ເຫັນວ່າ ມີການປ່ຽນແລວທາງໃໝ່ ເຮັດໃຫ້ໄລຍະທາງສັ້ນລົງ 150 ແມັດ ແລະມູນຄ່າ ກໍ່ສ້າງຫຼຸດລົງ 260 ລ້ານກີບ ນອກຈາກນີ້, ຍັງພົບເຫັນການນໍາໃຊ້ເງິນຊົດເຊີຍສິ່ງກີດຂວາງ ທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະ ພັນທະງົບປະມານ 10% ລວມເປັນເງິນ 984 ລ້ານກີບ, ປັດຈຸບັນໄດ້ຫັກລົບ ແລະ ໄດ້ດັດແກ້ສັນຍາແລ້ວ. ພ້ອມນີ້, ສະຫາຍ ເຄນ ເຮືອງຄໍາແສງ ຮອງປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງແຜນພັດທະນາວຽກງານກວດກາແຂວງວຽງຈັນ ປີ 2026-2030. ຫຼັງຈາກນັ້ນ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນເຈາະຈີ້ມລົງເລິກບາງບັນຫາ ໂດຍສະເພາະແມ່ນບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງຕ່າງໆ ເພື່ອໃຫ້ບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ. ກອງປະຊຸມ ຈະດໍາເນີນເປັນເວລາສອງວັນ ຈຶ່ງຈະສໍາເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ