ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກົມໃຫຍ່ເສນາທິການກອງທັບ ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ
ເວລາອອກຂ່າວ: 2026-10-16 10:58:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 824 | ຄວາມນິຍົມ:



ວັນທີ 16 ຕຸລາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ ແລະ ນັກກິລາ ເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານ ການຈັດຕັ້ງສ້າງຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ທົ່ວອົງການກົມໃຫຍ່ເສນາທິການກອງທັບ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນຟົດຟື້ນຢ່າງຕໍ່ເນື່ອງ ຕິດພັນກັບການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ການເມືອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ກ້າວໄປສູ່ຜົນສໍາເລັດດ້ວຍຄຸນະພາບສູງ, ເຊິ່ງກິລາທີ່ນຳມາແຂ່ງຂັນກິລາໃນຄັ້ງນີ້ ປະກອບ 2 ປະເພດກິລາ ຄື: ກິລາມວນຊົນ ປະກອບມີ: ບານສົ່ງຊາຍ, ບານສົ່ງຍິງ, ກິລາເປຕັງປະສົມ (ຊາຍ-ຍິງ) ແລະ ກິລາການທະຫານ ປະກອບມີ: ນັກຮົບແຂງແຮງ, ແລ່ນມ້າງປະກອບອາວຸດ, ຜ່ານສິງກີດຂວາງ ແລະ 3 ວິຊາການທະຫານສົມທົບ. ໃນນີ, ມີນັກກິລາເຂົ້າຮ່ວມທັງໝົດ 1.276 ສະຫາຍ, ຍິງ 178 ສະຫາຍ, ກິລາບານສົ່ງຊາຍ ມີ 12 ທີມ, ບານສົ່ງຍິງ 6 ທີມ, ເປຕັງປະສົມ (ຊາຍ-ຍິງ) 50 ທີມ, ກິລາການທະຫານ ນັກຮົບແຂງແຮງ 8 ກົມກອງ, ແລ່ນມ້າງປະກອບອາວຸດ 12 ກົມກອງ, ຜ່ານສິງກີດຂວາງ 5 ກົມກອງ ແລະ 3 ວິຊາການທະຫານສົມທົບ 6 ກົມກອງ. ໂອກາດນີ້, ປະທານ ໄດ້ກ່າວເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ພ້ອມທັງ, ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ນັກກິລາ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມການແຂ່ງຂັນ, ກໍາມະການຕັດສິນ ຕ້ອງມີຄວາມຍຸດຕິທໍາ ໃນການໃຫ້ຄະແນນ, ນັກກິລາ ຕ້ອງມີລະບຽບວິໄນ, ເຄົາລົບກົດກະຕິກາ ຂອງການແຂ່ງຂັນ, ປະຕິບັດໂມງເວລາຢ່າງເຂັ້ມງວດ ເພື່ອເຮັດໃຫ້ຂະບວນການແຂ່ງຂັນກິລາ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ຮັກສາໄດ້ຄວາມສະຫງົບປອດໄພ 100%. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ