ກອງທັບ ຫວຽດນາມ-ລາວ-ກຳປູເຈຍ ເລີ່ມຕົ້ນການເຝິກຊ້ອມຮ່ວມປ້ອງກັນພົນລະເຮືອນ
ເວລາອອກຂ່າວ: 2026-10-16 09:56:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ: ![]()
ຕາມຂ່າວ ກປ.ອອນໄລ, ຕອນເຊົ້າວັນທີ 14 ຕຸລາ, ການເຝິກຊ້ອມຮ່ວມປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ- ກຳປູເຈຍ ປີ 2026 ໄດ້ເລີ່ມຕົ້ນ ຢ່າງເປັນທາງການທີ່ກອງພົນ ນ້ອຍ 249 (ເຫຼົ່າຮົບຊ່າງແສງ).
ເຂົ້າຮ່ວມຊົມການເຝິກຊ້ອມມີທ່ານ ພົນເອກ ຟານວັນຢາງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດ ນາມ; ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມ ການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານ ພົນເອກ ເຕຍ ເສຫາ (Tea Seiha), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ.
ເມື່ອປະເຊີນໜ້າກັບຜົນກະທົບທີ່ນັບມື້ນັບສັບສົນຂອງໄພພິບັດທາງທຳມະຊາດ, ໄພພິບັດທາງມະນຸດສ້າງຂຶ້ນ, ວຽກງານປ້ອງກັນພົນລະເຮືອນ ມີບົດບາດສຳຄັນໃນການປົກປັກຮັກສາຊີວິດ, ຊັບສິນຂອງປະຊາຊົນ, ຮັກສາການດຳລົງຊີວິດໃຫ້ເປັນປົກກະຕິ ແລະ ຮັບປະກັນການພັດທະນາທີ່ໝັ້ນຄົງຂອງແຕ່ລະປະເທດ.
ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບັນຫານີ້, ໃນປີ 2019, ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ລົງນາມໃນຂໍ້ຕົກ ລົງ, ໃນນັ້ນ ກຳນົດວ່າ ກອງທັບສາມປະເທດຈະຜັດປ່ຽນກັນເປັນເຈົ້າພາບ ຈັດຕັ້ງການເຝິກຊ້ອມຮ່ວມປ້ອງກັນພົນລະເຮືອນ ປະຈຳປີ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການຮັບມືກັບອຸ ບັດຕິເຫດ, ໄພພິບັດທາງທຳມະຊາດ ແລະ ໄພພິບັດຕ່າງໆ.
ການເຝິກຊ້ອມຮ່ວມປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ປີ 2026 ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຳຄັນເປັນພິເສດ. ຜ່ານການເຝິກຊ້ອມ ເພື່ອແນໃສ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງກອງທັບ ແລະ ປະຊາຊົນສາມປະເທດ ຫວຽດນາມ-ລາວ-ກຳ ປູເຈຍ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ສ້າງພາກພື້ນທີ່ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ; ຍົກສູງລະດັບການ ຈັດຕັ້ງບັນຊາ, ຄວາມສາມາດສົມທົບກັນລະຫວ່າງກຳລັງກອງ ທັບ ສາມປະເທດໃນການໜູນຊ່ວຍດ້ານມະນຸດສະທຳ, ການຊ່ວຍເຫຼືອໄພພິບັດຢູ່ພາກພື້ນ ແລະ ໂລກ ໃນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















