ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ເບ​ສະຫວັນ ເອັບ​ຊີ U10 ກຽມ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ລະດັບ​ນານາ​ຊາດ
ເວລາອອກຂ່າວ: 2026-10-16 09:53:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 345 | ຄວາມນິຍົມ:



ສະໂມສອນ ເບ​ສະຫວັນ ເອັບ​ຊີ(BAY SAVANH FC) ຮຸ່ນ​ອາຍຸ​ບໍ່​ເກີນ 10 ປີ (U10) ເຊິ່ງ​ເປັນ​ຕົວ​ແທນ​ຈາກ ​ສປປ ລາວ ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ນານາ​ຊາດ ລາຍການ SingaCup 2026 ທີ່​ປະເທດ​ສິງກະໂປ ໂດຍ​ຫຼ້າ​ສຸດ​ໄດ້​ມີ​ການ​ປະກາດ​ຜົນ​ການ​ຈັບ​ສະຫຼາກ​ແບ່ງ​ກຸ່ມ​ຢ່າງ​ເປັນ​ທາງ​ການ​ແລ້ວ. ສຳລັບ​ການ​ແຂ່ງຂັນ​ໃນ​ຮຸ່ນ​ອາຍຸ​ບໍ່​ເກີນ 10 ປີ ມີ​ທີມ​ເຂົ້າ​ຮ່ວມ​ຊີງ​ໄຊ​ທັງ​ໝົດ 36 ທີມ, ຖືກ​ແບ່ງ​ອອກ​ເປັນ 8 ກຸ່ມ ໂດຍ​ຈະ​ຄັດ​ເອົາ​ທີມ​ອັນ​ດັບ 1 ແລະ 2 ຂອງ​ແຕ່​ລະ​ກຸ່ມ​ຜ່ານ​ເຂົ້າ​ສູ່​ຮອບ​ນັອກ​ເອົາ (Knockout). ຈາກ​ຜົນ​ການ​ຈັບ​ສະຫຼາກ ເບ​ສະຫວັນ ເອັບ​ຊີ ຖືກ​ຈັດ​ຢູ່​ໃນ​ກຸ່ມ F ມີ 3 ທີມ​ຮ່ວມ​ກຸ່ມ​ດັ່ງນີ້: ສະໂມສອນ Fortaleza Juniors ສິງກະໂປ, ສະ ໂມສອນ Fluxnesia Soccer Academy ອິນ​ໂດ​ເນ​ເຊຍ, ສະໂມສອນ Bay Savanh FC ​ສປ​ປ ລາວ ແລະ ສະໂມສອນ Sunstrikers FC ຟີ​ລິບ​ປິນ. ທາງ​ສະໂມສອນ ເບ​ສະຫວັນ ເອັບ​ຊີ ມີ​ກຳນົດ​ການ​ເດີນທາງ​ໄປ​ຍັງ​ປະເທດ​ສິງກະໂປ ໃນ​ວັນ​ທີ 29 ຕຸລາ 2026 ນີ້ ເພື່ອ​ກຽມ​ຄວາມ​ພ້ອມ​ກ່ອນ​ການ​ແຂ່ງຂັນ. ຂະນະ​ທີ່​ການ​ແຂ່ງຂັນ​ລາຍການ SingaCup 2026 ຈະ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 31 ຕຸລາ ຫາ 7 ພະຈິກ 2026. ຂໍ​ໃຫ້​ແຟນ​ກິລາ​ບານ​ຮ່ວມ​ຕິດຕາມ ແລະ ສົ່ງ​ກຳລັງ​ໃຈ​ເຊຍ​ທັບ​ນັກ​ກິລາ​ເຍົາວະ​ຊົນ​ຕົວ​ແທນ​ຈາກ ​ສປປ ລາວ ໃຫ້​ສ້າງ​ຜົນງານ​ທີ່​ດີ​ໃນ​ການ​ແຂ່ງຂັນ​ລະດັບ​ນານາ​ຊາດ​ຄັ້ງ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ