ກອງພັນໃຫຍ່ 584 ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-10-16 09:15:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2026 ນີ້, ກອງພັນໃຫຍ່ 584 ປາຖະກະຖາ 2 ວັນປະຫວັດສາດ ຄື: ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945) ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ (23 ຕຸລາ 1954-23 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ວຽງສະຫວັນ ດາລາແສນ ຫົວໜ້າການເມືອງ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 584, ພະແນກການ, ກອງພັນ, ໂຮງໝໍ 119 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງສະຫວັນ ດາລາແສນ ໄດ້ຫວນຄືນເຖິງມູນເຊື່ອການເຄື່ອນໄຫວ ຂອງວັນປະກາດເອກກະລາດ 12 ຕຸລາ 1945 ເຊິ່ງເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ ບົນຈິດໃຈ "ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດດີກວ່າຢູ່ໃຕ້ແອກປົກຄອງ ຂອງຕ່າງຊາດ" ອັນໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວ ຂອງພວກເຮົາ ຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນ ຂອງປະເທດລາວ. ພ້ອມທັງຫວນຄືນປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ ແລະ ປະກາດຍົກຂັ້ນເງິນເດືອນໃຫ້ນາຍທະຫານ 4 ສະຫາຍ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານ 18 ສະຫາຍ ຕື່ມອີກ.
ໂດຍ: ຝືວື່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















