ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຄະນະ​ອຳນວຍ​ການ​ໂຮງຮຽນ​ຂັບ​ຂີ່​ລົດ 404 ພົບ​ປະ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ເຂດ​ໃກ້​ຄຽງ
ເວລາອອກຂ່າວ: 2026-10-16 09:12:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ໃນ​ລະຫວ່າງກາງ​ເດືອນ ກັນຍາ 2026 ນີ້, ສະຫາຍ ພັນໂທ ລີດ​ສອນ​ໄຊ ອີນ​ທະລາ​ວົງ ຫົວ ໜ້າ​ອຳນວຍ​ການ​ໂຮງຮຽນ​ຂັບ​ ຂີ່​ລົດ 404 ພ້ອມ​ດ້ວຍ​ຄະນະ ໄດ້​ພົບ​ປະ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ນ້ຳ​ອ່າງ, ບ້ານ​ນາ​ບໍ່, ບ້ານ​ນາ​ເພີຍ ແລະ ຣິ​ສອດ​ສວນ​ເສືອ​ປ່າ ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ ຕິດ​ພັນ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕາມ​ທີດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ເວົ້າ​ລວມ​ເວົ້າ​ສະເພາະ​ ກໍຄື​ ທີດ​ຊີ້​ນຳ​ຂອງ​ສະຫາຍຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໃນ​ການເຄື່ອນໄຫວ​ພົບ​ປະ​ກັບ​ອົງການ​ປົກຄອງ​ຂັ້ນ​ບ້ານ ຫຼື ຫົວໜ່ວຍ​ທຸລະ​ກິດ​ທີ່​ກົມ​ກອງ​ຕັ້ງ​ທັບ​ ໂອກາດ​ນີ້​ແຕ່​ລະ​ພາກ ສ່ວນກໍໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ສະພາບ​ການ​ໂດຍ​ຫຍໍ້​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ຂອງ​ຕົນ​ເອງ​ໃນ​ໄລຍະ​ທີ່​ຜ່ານ​ມາ​ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ການເມືອງ-ແນວ​ຄິດ, ວຽກ​ງານ​ເສດຖະກິດ​ວັດທະນະທຳ-ສັງຄົມ ແລະ ວຽກ​ງານ​ປູກ​ຟັງ-ລ້ຽງສັດ​ບົນ​ພື້ນຖານ​ຄວາມ​ສາມັກຄີ​ຮັກ ແພງ ຖືກຕ້ອງ​ສອດຄ່ອງ​ຕາມ​ແນວທາງ​ຂອງ​ພັກ-ລັດ ວາງ​ອອກ ສີ່ງ​ທີ​ສຳຄັນ​ແມ່ນ​ສືບຕໍ່​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ລະຫວ່າງ “ ກອງທັບ ກັບປະຊາຊົນ ຄື​ປາ​ກັບ​ນ້ຳ ” ກົມ​ກອງ​ກັບ​ຮາກ​ຖານ​ປະຊາຊົນ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ນຳພາ​ກົມ​ກອງ ແລະ ຮາກ​ຖານ​ບ້ານໃຫ້​ມີ​ຄວາມ​ເຂັ້ມແຂງໜັກ​ແໜ້ນ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ສະຫງົບ​ປອດ​ໄພ. ໂດຍ: ຄອນ​ສະ​ຫັວນ ວຽງ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ