ກອງພັນໃຫຍ່ 703 ມອບໝາຍໜ້າທີ່ ໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະຈາກ ສ ຣັດເຊຍ ແລະ ສສ ຫວຽດນາມ
ເວລາອອກຂ່າວ: 2026-10-15 15:27:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 592 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2026 ນີ້, ກອງພັນໃຫຍ່ 703 ໄດ້ຈັດພິທີມອບໝາຍໜ້າທີ່ ໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະ ມາຈາກ ສ ຣັດເຊຍ ແລະ ສສ ຫວຽດນາມ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ຫົວໜ້າການເມືອງ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາ, ພະແນກການ, ຂະແໜງການ ກອງພັນ, ກອງຮ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະພອນ ວັນນະຈິດ ຫົວໜ້າຂະແໜງຈັດຕັ້ງພະນັກງານ ກອງພັນໃຫຍ່ 703 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໝາຍໜ້າທີ່ ໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະ ມາຈາກ ສ ຣັດເຊຍ ແລະ ສສ ຫວຽດນາມ ຢູ່ກອງພັນໃຫຍ່ 703 ຈຳນວນ 25 ສະຫາຍ ຄື: ຮຽນຈົບວິຊາສະເພາະເຕັກນິກພາກພື້ນດິນ ປະລິນຍາຕີ ຈາກ ສ ຣັດເຊຍ 3 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງຮ້ອຍ 304, ຮຽນຈົບວິຊາສະເພາະໂມງໄຟຟ້າ ຊັ້ນສູງ ເຮືອບິນ An-26 ຈາກ ສ ຣັດເຊຍ 4 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 301 ແລະ ກອງພັນ 303, ຮຽນຈົບວິຊາສະເພາະ ອາວຸດ ຊັ້ນສູງ ເຮືອບິນAn-26 ຈາກ ສ ຣັດເຊຍ 2 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 302, ຮຽນຈົບວິຊາສະເພາະ ຫົວຈັກ-ລຳຕົວ ຊັ້ນສູງ ເຮືອບິນ An-26 ຈາກ ສ ຣັດເຊຍ 3 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 301 ແລະ ກອງພັນ 303, ຮຽນຈົບວິຊາສະເພາະ ໂມງ-ໄຟຟ້າ ຊັ້ນສູງ ເຮືອບິນ Mi-17 ຈາກ ສ ຣັດເຊຍ 2 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 301 ແລະ ກອງພັນ 302. ຮຽນຈົບວິຊາສະເພາະຫົວຈັກ-ລຳຕົວຊັ້ນສູງເຮືອບິນ Mi-17 ຈາກ ສ ຣັດເຊຍ 3 ສະຫາຍ ໄປເຮັດວິຊາສະເພາະ ຢູ່ກອງພັນ 302 ແລະ ກອງພັນ 303, ຮຽນຈົບວິຊາສະເພາະ ໂມງ-ໄຟຟ້າ ຊັ້ນສູງ ເຮືອບິນ Mi-17 ຈາກ ສສ ຫວຽດນາມ 3 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 302 ແລະ ກອງພັນ 303, ຮຽນຈົບວິຊາສະເພາະ ວິທະຍຸ-ຣາດາ ຊັ້ນສູງ ເຮືອບິນ Mi-17ຈາກ ສສ ຫວຽດນາມ 4 ສະຫາຍ ໄປເຮັດໜ້າທີ່ວິຊາສະເພາະ ຢູ່ກອງພັນ 302 ແລະ ກອງພັນ 303.
ໂອກາດນີ້, ສະຫາຍ ປະທານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີໃໝ່ ໃນຄັ້ງນີ້, ຈົ່ງພ້ອມກັນຍົກສູງພາລະບົດບາດ, ໜ້າທີ່ການເມືອງ ຂອງຕົນໃຫ້ສູງຂຶ້ນ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ, ແທດເໝາະກັບສະພາບຕົວຈິງ ຂອງກົມກອງ, ພ້ອມກັບເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິບັດ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນ, ເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ນາງ ບົວພັນ ເທີນຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















