ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຫວຽດນາມ ເປັນ​ທິດ​ບຸລິມະສິດ​ໃນ​ນະໂຍບາຍ ​ການ​ຕ່າງປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງຈີນ
ເວລາອອກຂ່າວ: 2026-10-15 09:58:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ​ກປ.ອອນ​ໄລ, ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ສປ ຈີນ ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ຄັ້ງ​ທີ 2 ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບ​ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະເທດ​ຈີນ, ຕອນ​ບ່າຍ​ວັນ​ທີ 12 ຕຸລາ, ທີ່​ຫໍ​ສະພາ​ປະຊາຊົນ ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ ເຈິ່ນ​ແທັງ​ເໝິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດ ນາມ ໄດ້​ພົບ​ປະ​ກັບ​ທ່ານ ຫຼີ​ສຽງ ນາຍົກລັດຖະມົນຕີ ຈີນ. ທີ່​ການ​ພົບ​ປະ, ທ່ານ ເຈິ່ນ​ແທັງ​ເໝິນ ຊົມເຊີຍ ຈີນ ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຕົວ​ຈິງ, ສືບຕໍ່​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ສະແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຜົນງານ​ພັດທະນາ​ຂອງ​ຫວຽດນາມ. ທ່ານ ຫຼີ​ສຽງ ນາຍົກລັດຖະມົນຕີ ຈີນ ຢັ້ງຢືນ​ວ່າ ຈີນ ຍາມ​ໃດ​ກໍ​ຖື​ຫວຽດນາມ ເປັນ​ທິດ​ບຸລິມະສິດ​ໃນ​ນະໂຍບາຍ​ການ​ຕ່າງປະເທດ​ບ້ານ​ໃກ້​ເຮືອນ​ຄຽງ; ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃຫ້​ນັບ​ມື້​ນັບ​ພັດທະນາ, ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ. ການ​ນຳ​ສອງ​ປະເທດ ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ທ່ວງ​ທ່າ​ພັດ ທະນາ​ທີ່​ຕັ້ງໜ້າ​ຂອງ​ການ​ພົວພັນ ຫວຽດນາມ-ຈີນ, ດ້ວຍ​ບັນດາ​ໝາກຜົນ​ທີ່​ແທດ​ຈິງ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການເມືອງ, ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ, ການ​ພັດທະນາ​ການ​ພົວພັນ​ກັບ​ຈີນ ແມ່ນ​ແຜນ​ນະໂຍບາຍ​ສະເໝີ​ຕົ້ນ​ສະເໝີ​ປາຍ, ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິໄສ, ການ​ຄັດເລືອກ​ຍຸດ​ທະ​ສາດ, ເປັນ​ບຸລິມະສິດ​ແຖວ​ໜ້າ​ໃນ​ແນວທາງ​ການ​ຕ່າງປະເທດ​ເອກະລາດ, ເປັນ​ເຈ​​ົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດນາມ. ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ເຈິ່ນ​ແທັງ​ເໝິນ ສະເໜີ​ສອງ​ຝ່າຍ​ຮັກສາ​ການ​ພົບ​ປະ​ຂັ້ນ​ສູງ, ເພີ່ມ​ທະວີ​ການ​ແລກປ່ຽນ​ຍຸດ​ທະ​ສາດ; ເສີມ​ຂະຫຍາຍ​ກົນ​ໄກ​ເຈລະຈາ​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ ແລະ ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ສຳຄັນ​ຍິ່ງ, ເປັນ​ປະຈຳ​ແມ່ນ​ການ​ຕ່າງປະເທດ, ການ​ປ້ອງ​ກັນ​ຊາດ, ຕຳຫຼວດ. ເມື່ອ​ຕີ​ລາຄາ​ສູງ​ບັນດາ​ຄຳ​ສະເໜີ​ຮ່ວມ​ມື​ຂອງ​ທ່ານ ເຈິ່ນ​ແທັງ​ເໝິນ, ທ່ານ ຫຼີ​ສຽງ ຢັ້ງຢືນ​ວ່າ, ຈີນ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຫວຽດນາມ ຮັກສາ​ການ​ແລກປ່ຽນ​ຍຸດ​ທະ​ສາດ, ຊຸກຍູ້​ການ​ພົບ​ປະ​ຂັ້ນ​ສູງ, ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ສອງ​ປະເທດ, ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ ສອງ​ຝ່າຍ, ກອງ​ປະຊຸມ​ສົນທະນາ​ຍຸດ​ທະ​ສາດ 3+3 ການ​ຕ່າງ ປະເທດ-ການ​ປ້ອງ​ກັນ​ຊາດ-ຕຳຫຼວດ, ເຊິ່ງ​ສອງ​ຝ່າຍ​ກໍ​ເຫັນ​ດີ​ ຜັນ​ຂະຫຍາຍ​ການ​ສົມທົບ​ຫຼາຍ​ຝ່າຍ​ຢ່າງ​ແໜ້ນ​ແຟ້ນ​ກວ່າ, ພ້ອມ​ກັນ​ຍົກ​ສູງ​ຖານະ​ບົດບາດ, ທີ່​ຕັ້ງ​ສາກົນ​ຂອງ​ສອງ​ປະເທດ; ຮ່ວມ​ມື​ຄຸ້ມ​ຄອງ​ຊາຍ​ແດນ​ທາງບົກ​ເປັນ​ຢ່າງ​ດີ, ຄວບ​ຄຸມ ແລະ ແກ້​ໄຂ​ບັນຫາ​ຢູ່​ທະເລ​ໃຫ້​ດີ​ກວ່າ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ຫໍ​ສະພາ​ປະຊາຊົນ, ທ່ານ ເຈິ່ນ​ແທັງ​ເໝິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ຈ້າວ ເລີ້​ຈີ້ ກຳມະການ​ປະຈຳ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະເທດ​ຈີນ. ໃນ​ບັນຍາກາດ​ໄມຕີ​ຈິດ​ມິດຕະພາບ, ຈິງ​ໃຈ, ສອງ​ຝ່າຍ ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະເທດ ແລະ ການເຄື່ອນໄຫວ​ຂອງ​ສອງ​ອົງການ​ນິຕິບັນຍັດ; ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ບາດ ກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ເລິກເຊິ່ງ, ຮອບດ້ານ​ຂອງ​ການ​ພົວພັນ ຫວຽດນາມ-ຈີນ ໃນ​ໄລຍະ​ຜ່ານ​ມາ. ສອງ​ຝ່າຍ ໄດ້​ພ້ອມ​ກັນ​ຫວນ​ຄືນ​ຄວາມ​ຄືບ​ໜ້າທີ່​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ໝາກຜົນ​ຂອງ​ກອງ​ປະຊຸມ ຄັ້ງ ​ທີ 1 ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະເທດຈີນ (ເດືອນ ສິງ ຫາ 2025); ຢັ້ງຢືນ​ວ່າ ບັນດາ​ ຄວາມ​ຄືບ​ໜ້າ​ນີ້​ໄດ້​ສະແດງ​ໃຫ້​ເຫັນ​ບົດບາດ​ຂອງ​ອົງການ​ນິຕິ ບັນຍັດ​ສອງ​ປະເທດ ໃນ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ, ວິທະຍາສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະເທດ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ຫວຽດນາມ-ຈີນ. ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ, ທ່ານ ເຈິ່ນ​ແທັງ​ເໝິນ ສະເໜີ​ສອງ​ຝ່າຍ​ ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ ງານ​ວິຊາ​ສະເພາະ, ການເຄື່ອນໄຫວ​ນິຕິບັນຍັດ; ພ້ອມ​ກັນ​ສ້າງ​ ສະພາບ​ແວດ​ລ້ອມ​ນິຕິ​ກຳ​ສະດວກ​ໃຫ້​ແກ່​ບັນດາ​ຂົງເຂດ​ຮ່ວມ​ມື​ຈຸດ​ສຸມ​ລະຫວ່າງ​ສອງ​ປະເທດ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດທິ​ຜົນ ແລະ ຕິດຕາມ​ກວດກາ, ຊຸກຍູ້​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ, ຂໍ້​ຕົກລົງ​ສອງ​ຝ່າຍ; ເສີມ​ຂະຫຍາຍ​ບົດບາດ​ອົງການ​ຕາງໜ້າ​ຂອງ​ປະຊາຊົນ; ເພີ່ມ​ທະວີ​ການ​ສົມທົບ​ທີ່​ເວທີ​ປາ​ໄສ​ລັດ​ຖະ​ສະພາ​ຫຼາຍ​ຝ່າຍ. ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ ເຈິ່ນ​ແທັງ​ເໝິນ ແລະ​ທ່ານ ຈ້າວ ເລີ້​ຈີ້ ໄດ້ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ຄັ້ງ​ທີ 2 ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະເທດ ຈີນ. ທ່ານ ເຈິ່ນ​ແທັງ​ເໝິນ ແລະ ທ່ານ ຈ້າວ ເລີ້​ຈີ້ ໄດ້​ ຜັດປ່ຽນ​ກັນ​ຕີ​ລາຄາ​ສູງ​ຄວາມ​ໝາຍ, ຄວາມ​ສຳຄັນ ແລະ ລັກສະນະ​ແທດ​ຈິງ​ຂອງ​ກົນ​ໄກ​ຄະນະ​ກຳມາ​ທິ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ສອງ​ປະເທດ; ເຫັນ​ດີ​ມອບ​ໃຫ້​ບັນດາ​ກຳມາ​ທິ​ການ​ວິຊາ​ການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະເທດ​ຈີນ ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນດາ​ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ​ທີ່​ກ່ຽວ ຂ້ອງ​ຂອງ​ສອງ​ປະເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ, ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ຕາມ​ກຳນົດ​ທິດ “6 ກວ່າ” ຢ່າງ​ເຂັ້ມ​ງວດ, ຮັດ​ແໜ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ກໍ່ສ້າງ​ປະຊາ​ຄົມ​ແບ່ງປັນ​ຫວຽດນາມ-ຈີນ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ນຳ​ບັນດາ​ຄວາມ​ຮັບ​ຮູ້​ລວມ​ທີ່​ກອງ​ປະຊຸມ ຄັ້ງ​ທີ 2 ກາຍເປັນ​ໝາກຜົນ​ລະອຽດ, ແທດ​ຈິງ. ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 12 ຕຸລາ, ທ່ານ ເຈິ່ນ​ແທັງ​ເໝິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ຕ້ອນຮັບ​ບັນດາ​ຜູ້​ຊົງ​ຄຸນ​ວຸດ​ທິ​ມິດຕະພາບຈີນ ນຳ​ໂດຍ​ທ່ານ Yang Wanming ປະທານ​ສະມາຄົມ​ມິດຕະພາບ​ການ​ພົວພັນ​ຕ່າງປະເທດ​ປະຊາຊົນ​ຈີນ, ໄປ​ຢ້ຽມຢາມ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ພັກ​ກອມ​ມູ​ນິດ​ຈີນ, ຢ້ຽມຊົມບາງ​ພື້ນຖານ​ຂົງເຂດ​ເສດຖະກິດດີເດັ່ນ ແລະ ແຫຼ່ງ​ວັດທະນະທຳ-ສັງຄົມ​ ຈຳນວນ​ໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ