ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ນາຍົກລັດຖະມົນຕີ ຫວຽດນາມ ສຳເລັດ​ ການ​ຢ້ຽມຢາມ ກຳປູເຈຍ ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2026-10-15 09:54:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ຕາມ​ຂ່າວ ​ກປ.ອອນ​ໄລ, ຕອນ​ທ່ຽງ​ວັນ​ທີ 10 ຕຸລາ, ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ໄດ້​ອອກ​ຈາກນະຄອນຫຼວງ​ພະນົມ​ເປັນ, ຖື​ເປັນ​ການ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຣາ​ຊະ​ອານາຈັກ​ກຳປູເຈຍ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 9-10 ຕຸລາ ຢ່າງ​ຈົບງາມ, ຕາມ​ຄຳ​ເຊີນ​ຂອງ ​ທ່ານ ສົມເດັດ ຮຸນ ມາ​ເນດ ນາຍົກລັດຖະມົນຕີ ກຳປູເຈຍ. ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ ຮຸນ ມາ​ເນດ ນາຍົກລັດຖະມົນຕີ ກຳປູເຈຍ; ພົບ​ປະ​ກັບ​ທ່ານ Samdech Khuon Sudary ປະທານ​ສະພາ​ແຫ່ງ​ຊາດ​ກຳປູເຈຍ, ພົບ​ປະ​ກັບ​ທ່ານ ສົມເດັດ ຮຸນ​ແຊນ ປະທານ​ພັກ​ປະຊາຊົນ​ກຳປູເຈຍ (CPP), ປະທານ​ສະພາ​ສູງ; ເຂົ້າ​ຢ້ຽມ​ຂ່ຳນັບ​ພະ​ບາດ​ສົມເດັດ​ພະ​ບໍລົມ​ມະ​ນຽດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ແລະ ຢ້ຽມຢາມ​ພະ​ລາ​ຊີ​ນີ ໂນ​ໂຣ​ດົມ ໂມ​ນຽດ ສີ​ຫາ​ນຸກ. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ໄດ້​ເປັນ​ປະທານ​ຮ່ວມ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດນາມ-ກຳປູເຈຍ 2026, ຕ້ອນຮັບ​ການ​ນຳ ແລະ ຊາວ​ໜຸ່ມ​ທີ່​ດີເດັ່ນ​ຂອງ​ສະຫະພັນ​ຊາວ​ໜຸ່ມ​ກຳປູເຈຍ ໄປ​ຢ້ຽມຢາມ​ບໍລິສັດ Angkormilk ແລະ ສະຖານທູດ​ຫວຽດນາມ ປະຈຳ ກຳປູເຈຍ. ການ​ຢ້ຽມຢາມ​ກຳປູເຈຍ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ເລ​ມິງ​ຮືງ ໃນ​ຖານະ​ຫົວໜ້າ​ລັດຖະບານ​ຫວຽດນາມ ແມ່ນ​ການເຄື່ອນໄຫວ​ການ​ທູດ​ທີ່​ສຳຄັນ, ສະແດງ​ໃຫ້​ເຫັນ​ເຖິງ​ການ​ຖື​ເປັນ​ສຳຄັນ ແລະ ບຸລິມະສິດ​ອັນ​ສູງ​ທີ່​ພັກ, ລັດ ແລະ ລັດຖະບານ​ຫວຽດນາມ ຕໍ່​ການ​ພົວພັນ​ກັບ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ກຳປູເຈຍ. ບັນດາ​ການເຄື່ອນໄຫວ​ພາຍ​ໃນ​ຂອບ​ເຂດ​ຂອງ​ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງ​ເສດຖະກິດ ແລະ ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ມຸ່ງ​ໄປ​ ເຖິງ​ການ​ສະເຫຼີມສະຫຼອງ 60 ປີ ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ກຳປູເຈຍ (24 ມິຖຸນາ 1967-24 ມິຖຸນາ 2027). ກ່ອນ​ໜ້າ​ນັ້ນ, ໃນ​ໂອກາດ​ຕິດຕາມ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ, ວັນ​ທີ 9 ຕຸລາ, ຢູ່ ນະຄອນຫຼວງ​ວຽງ​ຈັນ, ທ່ານ ພົນ​ເອກ ເລືອງ​ຕາມ​ກວາງ ກຳມະການ​ກົມ​ການ ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ພົນ​ໂທ ວັນ​ທອງ ກອງ​ມະນີ ເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ. ທີ່​ການ​ພົບ​ປະ, ລັດຖະມົນຕີ​ສອງ​ທ່ານ ເນັ້ນ​ໜັກ​ ວ່າ ໄລຍະ​ຜ່ານ​ມາ​ສາຍ​ພົວພັນ ຫວຽດນາມ-ລາວ ສືບຕໍ່​ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງເຂດ, ໃນ​ນັ້ນ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ເສົາຄ້ຳ​ທີ່​ສຳຄັນ​ຂອງ​ສາຍ​ພົວພັນ​ສອງ​ຝ່າຍ. ສອງ​ປະເທດ​ໄດ້​ສ້າງ​ບາດ ກ້າວ​ບຸກ​ທະລຸ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ເຊື່ອມ​ຕໍ່​ໂຄງ​ລ່າງ, ການ​ຄ້າ, ການ​ລົງທຶນ, ພະລັງງານ, Logistics, ການ​ສຶກ​ສາ-ບຳລຸງ​ສ້າງ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ; ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ອາ​ຊຽນ, ສະຫະ​ປະຊາ​ຊາດ, ບັນດາ​ກົນ​ໄກ​ຮ່ວມ​ມື​ອະນຸ​ພາກ​ພື້ນ ແລະ ການ​ຮ່ວມ​ມື ຫວຽດນາມ-ລາວ-ກຳປູເຈຍ. ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ຄື: ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ; ສືບຕໍ່​ສົມທົບ​ກັນ​ເພື່ອ​ຕໍ່ສູ້​ຮ່ວມ​ໃນ​ຫຼາຍ​ຄະດີ, ເປັນຕົ້ນ​ແມ່ນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ. ບົນ​ພື້ນຖານ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ, ການ​ຮ່ວມ​ມື​ຮອບດ້ານ ແລະ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດນາມ-ລາວ, ລັດຖະມົນຕີ​ສອງ​ທ່ານ ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະເທດ ຈະ​ສືບຕໍ່​ປະສານ​ສົມທົບ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື; ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ຄະດີ, ເຫດການ​ທີ່​ມີ​ເປົ້າ​ໝາຍ​ກ່ຽວຂ້ອງ​ກັບ​ສອງ​ປະເທດ, ສ້າງ​ຄະດີ​ຕໍ່ສູ້​ຮ່ວມ, ພ້ອມ​ກັນ​ສືບສວນ​ບັນດາ​ຄະດີ, ເຄືອ​ຂ່າຍ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ທີ່​ກ່ຽວຂ້ອງ​ກັບ​ສອງ​ປະເທດ, ເປັນຕົ້ນ​ແມ່ນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ