ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຍີ່ປຸ່ນ ມອບ​ກຸນແຈ ເພື່ອ​ດູ​ແລ ແລະ ຮັກສາ​ຄວາມ​ປອດ​ໄພ ສະໜາມກິລາ​ເຈົ້າ​ອະນຸວົງ ໃຫ້ ​ສປປ ລາວ
ເວລາອອກຂ່າວ: 2026-10-15 09:49:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ພິທີ​ເຊັນ​ສັນຍາ​ມອບ-ຮັບ​ກຸນແຈ​ເພື່ອ​ດູ​ແລ ແລະ ຮັກສາ​ຄວາມ​ປອດ​ໄພ ສະໜາມກິລາ​ເຈົ້າ​ອະນຸວົງ ລະຫວ່າງ ທ່ານ ວິໄລ​ພອນ ພົມ​ມະຫາ​ໄຊ ຫົວໜ້າ​ຫ້ອງການ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາແຫ່ງ ​ສປປ ລາວ, ທ່ານ ມາ​ຊູ ຢະ​ມະ ປະທານ​ບໍລິສັດ​ທີ່​ປຶກສາ Asuza Sekkei ແລະ ທ່ານ ຢາ​ມະ​ດະ ຫົວໜ້າ​ບໍລິສັດ Hazama Ando-Toa Road JV ຜູ້​ຮັບ​ເໝົາ ຝ່າຍ​ໂຄງການ​ກໍ່ສ້າງ​ຂອງ​ປະເທດ​ຍີ່ປຸ່ນ ຈັດ​ຂຶ້ນ​ໃນ​ວັນ​ທີ 12 ຕຸລາ 2026 ທີ່​ອາຄານ​ຊັ້ນ​ໜຶ່ງ ສະໜາມກິລາ​ເຈົ້າ​ອະນຸວົງ ນະຄອນຫຼວງ​ວຽງ​ຈັນ, ມີ​ບັນດາ​ຫົວໜ້າ​ກົມ-ຮອງ​ຫົວໜ້າ​ກົມ, ຮອງ​ຫົວໜ້າ​ຫ້ອງການ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໂອກາດ​ນີ້, ທ່ານ ມາ​ຊູ ຢະ​ມະ​ກ່າວ​ວ່າ: ໃນ​ນາມ​ທີ່​ປຶກສາຂໍ​ສະແດງ​ຄວາມ​ຂອບໃຈ​ຕໍ່​ທຸກ​ພາກສ່ວນ​ທີ່​ຊ່ວຍ​ເຮັດ​ໃຫ້​ໂຄງການ​ນີ້​ສຳເລັດ​ຕາມ​ແຜນທີ່​ວາງ​ໄວ້ ໂດຍ​ສະເພາະ​ແມ່ນ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແຫ່ງ ​ສປປ ລາວ ທີ່​ໃຫ້​ຄວາມ​ຮ່ວມ​ມື​ຕັ້ງແຕ່​ການ​ສຳ​ຫຼວດ, ອອກ​ແບບ​ໂຄງ​ສ້າງ ແລະ ໄລຍະ​ການ​ກໍ່ສ້າງ ສາມາດ​ສຳເລັດ​ໂຄງການ​ໄປ​ດ້ວຍ​ດີ. ໂອກາດ​ດຽວ​ກັນ, ທ່ານ ວິໄລ​ພອນ ພົມ​ມະຫາ​ໄຊ ໄດ້​ສະແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂອບໃຈ ມາ​ຍັງ​ລັດຖະບານ ແລະ ປະຊາຊົນ​ຍີ່ປຸ່ນ ທີ່​ໃຫ້ການ​ຊ່ວຍເຫຼືອ​ໃນ​ປັບປຸງ​ກໍ່ສ້າງ​ສະໜາມກິລາ​ເຈົ້າ​ອະນຸວົງ​ແຫ່ງ​ນີ້ ໂດຍ​ຜ່ານ​ອົງການ​ການ​ໄຈ​ກາ ປະຈຳ​ລາວ ທີ່​ໄດ້​ປະສານ​ສົມທົບ ແລະ ປະສານ​ງານ​ຮ່ວມ​ມື​ກັບ ກະຊວງ ​ສສກ ເປັນ​ຢ່າງ​ດີ, ສະແດງ​ຄວາມ​ຂອບໃຈ ແລະ ຊົມເຊີຍ ຄະນະ​ຮັບຜິດຊອບ​ໂຄງການ ທີ່​ໄດ້​ເອົາໃຈໃສ່​ທຸ້ມເທ​ເຫື່ອແຮງ ເຮັດ​ໃຫ້ການ​ປັບປຸງ​ກໍ່ສ້າງ​ສຳເລັດ​ຕາມ​ແຜນການ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ອາຄານ​ແຫ່ງ​ນີ້ ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ​ເພື່ອ​ປວງ​ຊົນ​ລາວ ກໍ​ຄື ຊາວ​ໜຸ່ມ ເຍົາວະ​ຊົນ​ລາວ ໄດ້​ເຄື່ອນ​ໄຫວ​ກິດຈະກຳ​ກິລາ ສ້າງ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຊຳນານ​ມີ​ການ​ພັດທະນາ​ທີ່​ດີ ແລະ ມີ​ທ່າ​ກ້າວ​ສູ່​ຄວາມ​ເຂັ້ມແຂງ ເປັນ​ຜູ້​ໃຫຍ່ ເປັນ​ອະນາຄົດ​ຂອງ​ຊາດ ແລະ ຮັກສາ​ໄດ້​ມິດຕະພາບ​ການ​ຮ່ວມ​ມື​ອັນ​ດີງາມ ລາວ-ຍີ່ປຸ່ນ ແລະ ຍີ່ປຸ່ນ-ລາວ ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ. ໂຄງການ​ນີ້ ໄດ້​ເລີ່ມ​ຕົ້ນ​ລົງມື​ກໍ່ສ້າງ ແລະ ປັບປຸງ​ໃນ​ຕົ້ນ​ປີ 2025 ຈົນ​ມາ​ຮອດ​ປັດຈຸບັນກໍ​ ສາມາດ​ກໍ່ສ້າງ​ສຳເລັດ​ຢ່າງ​ສົມບູນ​ແບບ, ໃນ​ນັ້ນ ກໍ​ມີ​ບ່ອນ​ນັ່ງ ທີ່​ສາມາດ​ບັນຈຸ​ຜູ້​ເຂົ້າ​ຊົມ​ໄດ້​ເຖິງ 2.800 ຄົນ, ໜ້າ​ບ່ອນ​ວີ​ໄອ​ພີ​ນັ່ງ​ຊົມ ບັນຈຸ​ໄດ້ 1.300 ຄົນ ແລະ ບ່ອນ​ນັ່ງ​ເບື້ອງ​ທີ່​ຕິດ​ກັບ​ຫ້ອງ ການ​ຄະນະ​ກຳມະການ​ໂອ​ແລມ​ປີກ​ແຫ່ງ​ຊາດ​ລາວ ສາມາດ​ບັນຈຸ​ໄດ້ 1.500 ຄົນ ເຊິ່ງ​ສະໜາມ​ດັ່ງກ່າວ ສາມາດ​ນຳ​ໃຊ້​ຮອງ​ຮັບ​ໄດ້​ທັງ​ນັກ​ກິລາ​ຄົນ​ປົກກະຕິ ແລະ ຄົນ​ພິການ ຖືກ​ອອກ​ແບບ​ມາ​ເປັນ​ພິເສດ, ໃນ​ນັ້ນ ກໍ​ຍັງ​ມີ​ຫ້ອງການ, ຫ້ອງ​ປະຊຸມ, ຫ້ອງ​ສື່​ມວນ​ຊົນ, ຫ້ອງ​ນ້ຳ, ຫ້ອງ​ອາຫານ ທີ່​ສາມາດ​ຮອງ​ຮັບ​ເຖິງ 100 ຄົນ, ຫ້ອງ​ອອກກຳລັງ​ກາຍ ຫຼື ຟິດ​ເນັດ, ຫ້ອງ​ເກັບ​ມ້ຽນ​ອຸປະກອນ ແລະ ຫ້ອງ​ອື່ນໆ​ອີກ​ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ