ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ນາງ ພອນ​ເງິນ ທຳ​ມະ​ວົງສາ ຄວ້າ​ແຊັມ​ ພິກ​ເກີ​ບອນ​ ເມເຈີ ຊີງ​ແຊັມ​ປະເທດ​ລາວ ປະຈຳ​ປີ 2026
ເວລາອອກຂ່າວ: 2026-10-14 09:56:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 310 | ຄວາມນິຍົມ:



ນາງ ພອນ​ເງິນ ທຳ​ມະ​ວົງສາ ນັກ​ກິລາ​ພິກ​ເກີ​ບອນ ຄວ້າ​ແຊັມ​ການ​ແຂ່ງຂັນ​ກິລາ​ພີກ​ເກີ​ບອນ​ ເມເຈີ ຊີງ​ແຊັມ​ປະເທດ​ລາວ ປະຈຳ​ປີ 2026 (Laos Pickleball Major 2026) ເຊິ່ງ​ເປັນ​ລາຍການ​ຄັ້ງ​ປະຫວັດສາດ ທີ່​ ຖືກສະຫະພັນ​ພິກ​ເກີ​ບອນ​ສາກົນ ຮັບຮອງ​ໃຫ້​ເປັນ​ລາຍການ​ສະ​ສົມ​ຄະແນນ​ນັກ​ກິລາ​ລະດັບ​ໂລກ ລາຍການ​ນີ້ ມີ​ນັກ​ກິລາ​ທີ່​ມາ​ຈາກ​ໄທ, ຟິ​ລິບ​ປິນ, ຫວຽດນາມ, ສະ ຫະລັດ ອາເມຣິກາ ແລະ ນັກ​ກິ ລາ​ລາວ​ເຂົ້າ​ຮ່ວມ 60 ຄົນ. ຂະ ນະທີ່ແຊັມ​ດ່ຽວ​ຊາຍ ເປັນ​ຂອງ ແຊມ ບາ​ລາ​ໂຊ ນັກ​ກິລາ​ຊາວ​ຟິ​ລິບ​ປິນ. Laos Pickleball Major 2026 (Open Singles) ລາຍການ​ນີ້ ຈັດ​ຂຶ້ນ​ໝົດ​ມື້ ເມື່ອ​ວັນ​ທີ 10 ຕຸລາ 2026 ທີ່ສະ ໂມສອນ​ກິລາ Rio Sport Club ບ້ານ​ວຽງ​ຈະເລີນ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ມອບ​ລາງວັນ​ໂດຍ​ ທ່ານ ແອັກ​ເຊວ ອະ​ໂນ​ໄທ ຮອງ​ປະທານ​ສະຫະພັນ​ພິກ​ເກີ​ບອນ​ແຫ່ງ​ຊາດ​ລາວ, ທ່ານ ຄຳ ວົງ​ສະກຸນ ຫົວໜ້າ​ກຳມະການ​ຕັດສິນ ແລະ ທ່ານ ໂຢ​ຮັນ ເລ​ເຟບ ເຊີ​ວາລີ​ເອ ຜູ້​ກໍ່​ຕັ້ງ Pickleball Development Laos ພ້ອມ​ດ້ວຍ​ທີມ​ງານGOOD TIME Event Organizer ແລະ ບັນດາ​ນັກ​ກິລາ​ຈາກ​ບັນດາ​ປະເທດ​ຕ່າງໆ ແລະ ຈາກ​ບັນດາ​ແຂວງ​ຕ່າງໆ ກໍ​ຄື ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ. ການ​ແຂ່ງຂັນ​ຄັ້ງ​ນີ້ ຊີງ​ເງິນ​ລາງວັນ​ລວມ​ມູນ​ຄ່າ 65.000.000 ກີບ ເພື່ອ​ເປັນ​ການ​ພັດທະນາ​ນັກ​ກິລາ​ພິກ​ເກີ​ບອນ​ລາວ ໃຫ້​ກ້າວ​ສູ່​ການ​ເປັນ​ນັກ​ກິລາ​ອາຊີບ ກໍ​ຄື ລະດັບ​ສາກົນ ລາຍການ​ນີ້ ມີ​ນັກກິລາ​ຈາກ​ທົ່ວ​ປະເທດ​ລາວ ທີ່​ມາ​ຈາກ​ແຂວງ​ຫຼວງ​ພະ​ບາງ, ສະຫວັນ​ນະ​ເຂດ ແລະ ນະຄອນຫຼວງ​ວຽງ​ຈັນ ສ່ວນ​ນັກ​ກິລາ​ຕ່າງ​ຊາດ ກໍ​ມາ​ຈາກ​ໄທ, ຟິ​ລິບ​ປິນ, ຫວຽດນາມ, ສະຫະ​ລັດ​​ອາ​ເມ​ຣິ​ກາ ທັງ​ໝົດ 60 ຄົນ (ຍິງ 20 ຄົນ ແລະ ຊາຍ 40 ຄົນ). ລາຍການ​ດັງ​ກ່າວ ໄດ້​ຮັບ​ການ​ຮັບຮອງ​ການ​ຈັດ​ອັນ​ດັບ​ນັກ​ກິລາ​ລະດັບ​ໂລກ ຈາກ​ສະຫະພັນ​ພິກ​ເກີ​ບອນ​ສາກົນ (DUPR (Dynamic Universal Pickleball Rating) ຜ່ານ​ການ​ແຂ່ງຂັນ​ໃນຮອບ​ຊີງ​ຊະນະ​ເລີດ ປະເພດ​ດ່ຽວ​ຍິງ ລະຫວ່າງ ນາງ ພອນ​ເງິນ ທຳ​ມະ​ວົງສາ (ຕິກ) ຊະນະ ນາງ ປານ ແສນ ນັກ​ກິລາ​ຈາກ​ໄທ ດ້ວຍ​ຄະແນນ​ສຸດ​ສູ​ສີ 17-15 ຄວ້າ​ແຊັມ​ໄປ​ຄອງ. ສ່ວນ​ຮອບຊີງ ​ຊະນະ​ເລີດ ປະເພດ​ຊາຍ ແຊມ ບາ​ລາ​ໂຊ ໄດ້​ຄວ້າ​ແຊັມ​ໄປ​ຄອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ