ສະໂມສອນ ມາສດ້າ ລາວ ຈີບີ ຕັ້ງເປົ້າຈະສ້າງປະຫວັດສາດໜ້າໃໝ່ ຄວ້າແຊັມ ເປບຊີ ລາວລີກ 1 ລະດູການ 2026-2027
ເວລາອອກຂ່າວ: 2026-10-14 09:55:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ: ![]()
ພິທີນຳສະເໜີລົດ ALL NEW MAZDA CX-5 ໃໝ່ຫຼ້າສຸດໃນປີ 2027, ພິທີເປີດຊຸດແຂ່ງຂັນ ແລະ ພິທີເຊັນສັນ ຍາຜູ້ໃຫ້ການສະໜັບສະໜູນສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ (MAZDA LAO GB FC) ເພື່ອໄລ່ລ່າແຊັມການແຂ່ງ ຂັນບານເຕະລີກສູງສຸດຂອງ ສປປ ລາວ ລາການ ເປບຊີ ລາວລີກ 1 ລະດູການ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ທັງເປັນປະທານສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ, ມີຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ບໍລິຫານບໍລິສັດ ແກ້ວໂອໂຕກຣຸບ, ຄະນະບໍລິຫານງານສະໂມສອນບານເຕະ ມາສດ້າ, ແຂກຖືກເຊີນ, ພະນັກງານບໍລິສັດ, ຄູເຝິກ ແລະ ນັກກິລາສະໂມສອນ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ທິບພະເນດ ແກ້ວມະນີວົງ ກໍໄດ້ເປີດເຜີຍເຖິງຄວາມພ້ອມຂອງລູກທີມໃນການເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2026-2027 ປີນີ້ ມີຄວາມພ້ອມຮອບ ດ້ານແລ້ວ 100% ທີ່ຈະລົງສະໜາມແຂ່ງຂັນ ພວກເຮົາມີການກຽມຄວາມພ້ອມຫຼາຍກວ່າປີຜ່ານມາ ໂດຍມີການເສີມທັບນັກເຕະຄຸນນະພາບທັງນັກເຕະພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃນການແຂ່ງຂັນບານເຕະລີກສູງສຸດຂອງປະເທດ. ພ້ອມດຽວກັນນັ້ນ, ຜົນງານທີ່ຜ່ານມາຂອງສະໂມສອນກໍຖືວ່າ ໂດດເດັ່ນທີ່ສຸດ ໄດ້ສ້າງຄວາມພາກພູມໃຈ ບໍ່ວ່າຈະເປັນທີມຍິງທີ່ສາມາດຄວ້າແຊັມລາຍການ ລາວລີກຍິງ 2026 ມາຄອງໄດ້ສຳເລັດ, ລວມທັງ ທີມເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 12 ປີ (U12) ທີ່ສາມາດສ້າງຜົນງານປະຫວັດສາດ ສະເທື່ອນວົງການບານເຕະ ລະດັບເວທີສາກົນ ດ້ວຍການບຸກໄປຄວ້າແຊັມການແຂ່ງຂັນເຕະບານເຍົາວະຊົນຊີງນານາຊາດ ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະ ນະ ທີມຊື່ດັງຢ່າງ ບາເຊໂລນາ (Barcelona) ມາແລ້ວ.
ທ່ານປະທານສະໂມສອນ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນ ເປບຊີ ລາວລີກ 1 ປີນີ້ ສະໂມສອນ ໄດ້ຕັ້ງເປົ້າໝາຍສູງສຸດ ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ສະໂມສອນ ໃນການຄວ້າແຊັມ ມາຄອງໃຫ້ໄດ້ ສະນັ້ນ ເພື່ອຜົນ ສຳເລັດດັ່ງກ່າວ ແນ່ນອນເລີຍ ກອງເຊຍກໍເປັນໝາກຫົວໃຈສຳ ຄັນຂອງທີມ ຂໍຮຽກຮ້ອງມາຍັງແຟນພັນແທ້ຂອງສະໂມສອນພວກເຮົາທຸກຄົນ ຈົ່ງສືບຕໍ່ຕິດ ຕາມ, ໃຫ້ກຳລັງໃຈ ແລະ ຕິດ ຕາມຜົນງານການເຄື່ອນໄຫວຂອງສະໂມສອນ ມາຊສດາ ພວກ ເຮົາຈະສູ້ເຕັມທີ່ໃນທຸກການແຂ່ງ ຂັນເພື່ອພິສິດເປົ້າໝາຍແຊັມປີນີ້ມາໃຫ້ໄດ້.
ການແຊ່ງຂັນເປບຊີ ລາວລີກ 1 ລະດູການນີ້ ສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ ໄດ້ນຳໃຊ້ນັກກິລາເຕະບານດາວຮຸ່ງຄຸນນະພາບໃນການເປັນມືອາຊີບ ລະດັບແຖວໜ້າຂອງ ສປປ ລາວ ແລະ ໄດ້ຄວ້າຕົວນັກເຕະບານຊາວຍີ່ປຸນ ເຖິງ 7 ຄົນມາເສີມທັບ ປີນີ້ ໂອກາດລຸ້ນແຊັມມີສູງ. ແນວໃດກໍຕາມ, ເປບຊີ ລາວລີກ 1 ລະດູການຜ່ານມາ ມາສດ້າ ສ້າງຜົນ ງານໄດ້ໂດດເດັ່ນ ຢູ່ອັນດັບທີ 3 ສ່ວນອັນດັບທີ 1 ແມ່ນ ເອສຣາ ແລະ ອັນດັບທີ 2 ຊ້າງນ້ອຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















