ລະບົບຂີປະນາວຸດ Aster 30 ຂອງ ສິງກະໂປ ກຳລັງສຳຄັນໃນການປ້ອງກັນໄພທາງອາກາດ
ເວລາອອກຂ່າວ: 2026-10-14 09:54:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ: ![]()
ລະບົບຂີປະນາວຸດ Aster 30 ເປັນລະ ບົບປ້ອງກັນໄພທາງອາກາດຈາກພື້ນດິນ ທີ່ພັດທະນາໂດຍ ບໍລິສັດ MBDA ຂອງ ຝຣັ່ງ ແລະ ນຳໃຊ້ໂດຍກອງທັບອາກາດສິງກະໂປ. ລະບົບນີ້ເຂົ້າປະຈຳການປ້ອງກັນໄພທາງອາກາດຕະຫຼອດ 24 ຊົ່ວໂມງ ນັບແຕ່ ເດືອນ ສິງຫາ 2020 ແລະ ໄດ້ຮັບການຢືນຢັນຂີດຄວາມສາມາດປະຕິບັດງານເຕັມຮູບແບບໃນວັນທີ 29 ພະຈິກ 2023.
ລະບົບ Aster 30 ມີຂີດຄວາມສາມາດສະກັດກັ້ນເປົ້າໝາຍທາງອາກາດຫຼາຍປະເພດ ລວມທັງເຮືອບິນສູ້ຮົບ, ຍົນເຮລິກົບແຕ, ຍົນບໍ່ມີຄົນຂັບ (UAV) ແລະ ອາວຸດນຳທາງທີ່ແມ່ນຍຳ. ຕາມຂໍ້ມູນຂອງກະຊວງປ້ອງກັນປະເທດ ສິງກະໂປ ເປີດເຜີຍວ່າ: ຂີປະນາວຸດມີໄລຍະສະກັດກັ້ນຍົນສູ້ຮົບໄດ້ເຖິງ 70 ກິໂລແມັດ, ເພດານຄວາມສູງສະກັດກັ້ນສູງສຸດປະມານ 18 ກິໂລແມັດ ແລະ ຄວາມໄວ ສູງສຸດປະມານ5,500 ກິໂລແມັດຕໍຊົ່ວໂມງ. ຂີປະນາວຸດມີນ້ຳໜັກປະ ມານ 450 ກິໂລກຣາມ ແລະ ຍາວປະມານ 5 ແມັດ.
ຈຸດເດັ່ນອີກປະການໜຶ່ງແມ່ນ ການເຊື່ອມໂຍງ Aster 30 ເຂົ້າກັບລະບົບປ້ອງກັນໄພທາງອາກາດ Island Air Defence (IAD) ຂອງສິງກະໂປ ເຊິ່ງປະສານງານລະຫວ່າງຣາດາກວດຈັບ, ລະບົບບັນຊາການ ແລະ ຄວບຄຸມ ກັບລະບົບອາວຸດປະເພດອື່ນໆ ເຊັ່ນ: SPYDER. ການເຊື່ອມໂຍງນີ້ຊ່ວຍໃຫ້ກອງທັບອາກາດສາມາດຮັບຮູ້ສະຖານະການ, ຕິດຕາມໄພຂົ່ມຂູ່ ແລະ ຕອບສະໜອງໄດ້ ຢ່າງວ່ອງໄວ. ໂດຍລວມ Aster 30 ເປັນອົງປະກອບທີ່ສຳຄັນໃນການປ້ອງກັນນ່ານຟ້າຂອງສິງກະໂປ ໂດຍເນັ້ນທັງລະຍະສະກັດກັ້ນ, ຄວາມໄວ ແລະ ການປະສານງານກັບເຄືອຂ່າຍຣາດາ. ຢ່າງໃດກໍຕາມປະສິດທິຜົນໃນການປະຕິບັດງານຈິງຍັງຂຶ້ນກັບລັກສະນະເປົ້າໝາຍ, ສະພາບແວດລ້ອມ, ຂໍ້ມູນຈາກຣາດາ ແລະ ການປະສານງານຂອງລະບົບປ້ອງກັນໂດຍລວມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















