ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງພົນທີ 1 ຮັບເຄື່ອງຊ່ວຍເຫຼືອ ຈາກແຂວງວຽງຈັນ
ເວລາອອກຂ່າວ: 2026-10-12 15:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ວັນທີ 8 ຕຸລາ 2026 ນີ້, ຢູ່ທີ ສໍານັກງານປົກຄອງແຂວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ກອງພົນທີ 1. ເຊິ່ງກ່າວມອບ ໂດຍ ທ່ານ ສົມນັກ ຍອດຮັກສາ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ຮອງຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ. ທ່ານ ສົມນັກ ຍອດຮັກສາ ໄດ້ກ່າວວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນການປະຕິດບັດໜ້າທີ່ກໍ່ສ້າງຮາກຖານການເມືອງຕາມມູນເຊື້ອ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ຢູ່ຮາກຖານປະຊາຊົນ ໃຫ້ນັບມື້ດີຂຶ້ນ ຕາມແນວທາງ ຂອງພັກ ແລະ ນະໂຍບາຍ ຂອງລັດ, ຂອງພະນັກງານ-ນັກຮົບ ກອງພົນທີ 1 ໃຫ້ມີຄວາມສະດວກ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ. ດັ່ງນັ້ນ, ຄະນະກໍາມະການປົກຄອງແຂວງວຽງຈັນ ຈຶ່ງໄດ້ຄົ້ນຄ້ວາ ແລະ ເຫັນດີ; ເປັນເອກະພາບ ມອບຄອມພິວເຕີຕັ້ງໂຕະ ພ້ອມປິນເຕີ ຈໍານວນ 2 ຊຸດ, ຕູ້ໃສ່ເອກະສານ 1 ໜ່ວຍ ແລະ ເງິນສົດເພື່ອຊ່ວຍຊື້ນໍ້າມັນເຊື້ອໄຟ ໃຫ້ພາກສ່ວນເຮັດໜ້າທີ່ກໍ່ສ້າງຮາກຖານ ຈໍານວນ 30.000.000 ລ້ານກີບ, ມູນຄ່າທັງໝົດ 75.760.000 ກີບ. ໂອກາດນີ້, ສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ຄະນະນໍາແຂວງວຽງຈັນ ທີ່ເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນ ຂອງວຽກງານກໍ່ສ້າງຮາກຖານ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາວັດຖຸ ແລະ ອຸປະກອນດັ່ງກ່າວ ໄປມອບໃຫ້ບ່ອນທີ່ຂາດເຂີນ ແລະ ຈະໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ໄດ້ມອບໃບສໍາມະນາບຸນຄຸນ ໃຫ້ແຂວງວຽງຈັນ ເພື່ອຈາລຶກຄຸນງາມຄວາມດີໄວ້ຕະຫຼອດໄປ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ