ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ສ່ອງແສງ ວຽກງານກວດກາພັກ-ລັດ ຂອງບັນດາກົມກອງເຂດພາກເໜືອ ປະຈໍາ 6 ເດືອນ ຕົ້ນປີ 2026
ເວລາອອກຂ່າວ: 2026-10-12 15:41:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 483 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ເປັນເຈົ້າພາບຈັດກອງປະຊຸມ ຮັບສ່ອງແສງ ວຽກງານກວດກາພັກ-ລັດ ຂອງບັນດາກົມກອງເຂດພາກເໜືອ ປະຈໍາ 6 ເດືອນ ຕົ້ນປີ 2026 ຂຶ້ນ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາກອງທັບ, ມີບັນດາກົມກອງເຂດພາກເໜືອ ຄື: ໂຮງງານປະສານເຫຼົ່າຫຼວງພະບາງ, ກອງບັນຊາການທະຫານແຂວງຫຼວງພະບາງ, ແຂວງໄຊຍະບູລີ, ກອງພົນທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງໝໍບໍລິເວນ 107, ກອງພັນໃຫຍ່ 646 ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ, ເຊິ່ງໄດ້ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ແລະ ປະກົດການຕ່າງໆ ທີ່ເກີດຂຶ້ນຢູ່ໃນຂົງເຂດຄວາມຮັບຜິດຊອບ ຂອງແຕ່ລະກົມກອງ ໂດຍພື້ນຖານແລ້ວ ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ປະຕິບັດໄດ້ຕາມຂໍ້ກໍານົດ, ກົດລະບຽບ ຂອງພັກ, ກົດໝາຍ ຂອງລັດ ແລະ ປະຕິບັດລະບຽບວິໄນ ຂອງກອງທັບວາງອອກຢ່າງເຂັ້ມງວດ, ສະມາຊິກພັກ, ນາຍ ແລະ ພົນທະຫານ ມີຄວາມສາມັກຄີ, ຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ ເຊິ່ງຕະຫຼອດໄລຍະຜ່ານມາ ພະແນກການ, ຂະແໜງການກວດກາ ໄດ້ມີການສົມທົບກັບການຈັດຕັ້ງທຸກພາກສ່ວນ ລົງເຄື່ອນໄຫວເຮັດວຽກງານກວດກາ ຢູ່ພາຍໃນກົມກອງຢ່າງເປັນປົກກະຕິ, ໂດຍສະເພາະຕິດຕາມການກວດກາ ໃນການນໍາໃຊ້ບັນດາຮ່ວງເງິນງົບປະມານທີ່ທາງຂັ້ນເທິງສະໜອງໃຫ້, ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບ ຂອງກອງທັບ, ເກັບກໍາສະພາບປະກົດການຫຍໍ້ທໍ້ ຂອງພະນັກງານ-ນັກຮົບ ແລະ ເຂົ້າຮ່ວມແກ້ໄຂຄະດີຕ່າງໆພາຍໃນກົມກອງ ຕິດພັນກັບວຽກງານວິຊາສະເພາະປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ, ສຸມໃສ່ວຽກງານກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງກົມກອງ 3 ປອດ ປອດໃສ, ປອດໄພ, ປອດຄະດີ ແລະ ສ້າງກົມກອງວັດທະນະທໍາ, ນັກຮົບວັດທະນະທໍາ ໃຫ້ບັນລຸຕາມແຜນການທີ່ວາງໄວ້. ໂອກາດນີ້, ສະຫາຍ ພັນເອກ ແສງອາໄລ ວັນນະພອນ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ເຮັດວຽກກວດກາ ສືບຕໍ່ເອົາໃຈໃສ່ເກັບກໍາສະພາບການ, ບັນຫາຕ່າງໆໃຫ້ລະອຽດ ເພື່ອແກ້ໄຂໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ແລະ ກົດໝາຍ ຂອງພັກ-ລັດ ວາງອອກ ປະສານສົມທົບກັບກົມກອງເພື່ອນ ພາກສ່ວນທີ່ເຮັດວຽກວິຊາສະເພາະທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ຖືກຕ້ອງສອດຄ່ອງກັບຕົວຈິງ ໃນສະເພາະໜ້າ ແລະ ຍາວນານ ເພື່ອເຮັດໃຫ້ສະພາບການໂດຍລວມພາຍໃນ ຂອງບັນດາກົມກອງມີຄວາມສະຫງົບປອດໄພໂດຍພື້ນຖານ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ນັບດີ ຂຶ້ນເປັນກ້າວໆ. ໂດຍ: ອຸ່ນຄໍາ ດວງປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ