ກົມໃຫ່ຍເຕັກນິກກອງທັບ ອວຍພອນ ຄະນະນໍາ ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2026-10-12 15:29:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 544 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ນີ້, ສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນຳ ໂຮງຮຽນທິດສະດີການເມືອງກອງທັບ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ປອ ທີມສາວ ດວງຈຳປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ວຽງທອງ ພັດທະສິດ ຕາງໜ້າໃຫ້ກົມໃຫຍ່ເຕັກນິກກອງທັບ ກ່າວອວຍພອນ ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ອວຍພອນ ຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການເມືອງ ທີ່ມີກຽດສະຫງ່າ ຂອງຕົນ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ທີມສາວ ດວງຈຳປາ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພັນເອກ ວຽງທອງ ພັດທະສິດ ພ້ອມດ້ວຍຄະນະ ແລະ ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຂອງຕົນເຊັ່ນດຽວກັນ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















