ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 1 ສະຫຼຸບວຽກງານກໍ່ສ້າງກົມກອງ 3 ປອດ ປະຈຳປີ 2026
ເວລາອອກຂ່າວ: 2026-10-12 14:53:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026 ນີ້, ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງກົມກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບົວແກ້ວ ກິ່ງບຸດດີ ຄະນະພັກໂຮງຮຽນ ຫົວໜ້າຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະບັນຊາ ຫ້ອງ, ກົມກອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພຸດ ເພັດດາລາ ຄະນະພັກໂຮງຮຽນ ຮອງຫົວໜ້າຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຜ່ານບົດສະຫຼຸບວຽກງານການກໍ່ສ້າງກົມກອງ 3 ປອດ, (ປອດໃສ ປອດໄພ ປອດຄະດີ) ປະຈຳປີ 2026, ເຊິ່ງສາມາດຕີລາຄາຜົນສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດ ໃນທົ່ວຫ້ອງພະລາທິການ ແມ່ນເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ຕໍ່ກັບສະພາບດັ່ງກ່າວນັ້ນ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ເຮັດສຳເລັດໜ້າທີ່ການເມືອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ວິຊາສະເພາະໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊີວິດ, ຊັບສິນ ຂອງກົມກອງ. ໃນນີ້, ຫ້ອງພະລາທິການໄດ້ຕີລາຄາປະເພດການເມືອງ ປະຈຳປີ 2026 ຄື: ປະເພດ 1 ດີເດັ່ນກ້າວໜ້າ 180 ສະຫາຍ, ປະເພດ 2 ສັບສົນຫຼ້າຫຼັງດ້ານວັດທະນະທຳ, ສັງຄົມ, ເສດຖະກິດ ຈຳນວນ 1 ສະຫາຍ. ພ້ອມທັງ ຜ່ານຂໍ້ຕົກລົງແຜນການ ແລະ ເນື້ອໃນມາດຖານຂໍ້ແຂ່ງຂັນການສ້າງກົມກອງ 3 ປອດ ປະຈຳປີ 2027 ຕື່ມອີກ.
ໂດຍ: ອາລຸນ ແກ້ວຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















