ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຫົວໜ້າກົມລົດຕັງ-ຍານເກາະ ເຄື່ອນໄຫວຕິດຕາມການຫັດແອບກ້ອນກໍງລັງສວນສະໜາມ
ເວລາອອກຂ່າວ: 2026-10-12 10:50:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າກົມລົດຕັງ-ຍານເກາະ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມການຫັດແອບກ້ອນກໍາລັງສວນສະໜາມ ຢູ່ກອງພັນໃຫຍ່ 11 ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11,ພ້ອມດ້ວຍຄະນະ ແລະ ພາກສວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການກວດບັນດາລະບຽບທ່າຈັງຫວະ, ບາດກ້າວ, ການເຄື່ອນໄຫວບົນພື້ນຖານໃຫ້ຖືກຕ້ອງ, ມີຄວາມເປັນເອກະພາບ ເຂັ້ມແຂງ ແລະ ງົດງາມ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ລົດຕັງ-ຍານເກາະ ຄົບຮອບ 56 ປີ (1 ຕຸລາ 1961-1 ຕຸລາ 2026) ທີ່ໜູນວຽນຄົບຮອບອີກວາລະໜຶ່ງ ໃຫ້ເຕັມໄປດ້ວຍຄວາມໜາຍສຳຄັນຢ່າງເລິກເຊິ່ງ. ໂອກາດນີ້, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ພ້ອມດ້ວຍຄະນະ ຍັງໄດ້ມອບນໍ້າດື່ມຈຳນວນ 20 ແພັກ ມູນຄ່າ 2 ລ້ານກວ່າກີບ ຕື່ມອີກ. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ