ກອງພັນ 705 ຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2026-10-12 10:37:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026 ນີ້, ສະຫາຍ ໄຊສະໝອນ ພັນນະວັນ ຫົວໜ້າສູນບໍລິຈາກເລືອດ ອົງການກາແດງລາວ ສາຂາແຂວງຫຼວງພະບາງ ພ້ອມດ້ວຍພະນັກງານວິຊາການ ໄດ້ຈັດກິດຈະກຳ ຮັບການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຢູ່ກອງພັນ 705 ກອງບັນຊາການທະຫານອາກາດ, ມີສະຫາຍ ພັນໂທ ບຸນລັດ ສາຍນໍ້າຄານ ຫົວໜ້າການເມືອງ ກອງພັນ 705, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ໄຊສະໝອນ ພັນນະວັນ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການບໍລິຈາກເລືອດ ແມ່ນເປັນການເສຍສະຫຼະປະກອບສ່ວນອັນຍິ່ງໃຫຍ່ ຕໍ່ສັງຄົມ ເພື່ອຊ່ວຍເຫຼືອຍາດຕິພີນ້ອງ ແລະ ເພື່ອມະນຸດດ້ວຍກັນ ດັ່ງຄຳຂວັນທີວ່າ: ແບ່ງຄວາມຮັກ ແບ່ງນ້ຳໃຈ ໃຫ້ເລືອດ ໃຫ້ຊິວິດ ຮັບບໍລິຈາກເລືອດຊ່ວຍສັງຄົມ. ອີກຢ່າງໜຶ່ງເລືອດ ມີຄວາມສຳຄັນ ແລະ ຈໍາເປັນຕໍ່ການແພດ ເພື່ອນໍາໄປໃຊ້ເຂົ້າໃນການປິ່ນປົ່ວ, ຮັກສາຊີວິດຂອງມະນຸດ, ເຊິ່ງຜ່ານມາ ມີຄົນເຈັບເຂົ້າມານຳໃຊ້ບໍລິຈາກເລືອດ ເພື່ອຮັກສາສຸຂະພາບ ແລະ ປິ່ນປົ່ວຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນກຸ່ມຄົນ ທີ່ຕ້ອງການເລືອດສ່ວນໃຫຍ່ແມ່ນການຜ່າຕັດ, ແມ່ຍິງເກີດລູກ, ອຸບັດຕິເຫດ, ໄຂ້ເລືອດອອກ ແລະ ອື່ນໆ. ການບໍລິຈາກເລືອດໃນຄັ້ງນີ້ ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 11 ສະຫາຍ ແລະ ໄດ້ບໍລິຈາກເລືອດ ທັງໝົດ 2.750 ມິນລີລິດ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















