ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ສະເຫຼີມສະຫຼອງ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ
ເວລາອອກຂ່າວ: 2026-10-12 10:35:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕິີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກ ແຂວງໄຊຍະບູລີ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງພົນທີ 2, ພະນັກງານປະຕິວັດອາວຸໂສ-ບໍານານ, ອະດີດການນໍາ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ທົ່ວກອງພົນທີ 2 ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 2 ໄດ້ກ່າວບົດປາໃສ ກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງກອງພົນທີ 2 ຕະຫຼອດໄລຍະ 45 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ສາມາດເຮັດສຳເລັດໜ້າທີ່ການເມືອງ ອັນມີກຽດສະຫງ່າຂອງຕົນ ກາຍເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ຮູ້ໝູນໃຊ້ກຳລັງແຮງສັງລວມ ຂອງທົ່ວປວງຊົນ ແລະ ຈັດຕັ້ງກຳລັງລົງສູ່ຮາກຖານຢ່າງແຂງແຮງ, ຊ່ວຍປັບປຸງລະບົບອົງການປົກຄອງ, ບັນດາພື້ນຖານໂຄງລ່າງຢູ່ຮາກຖານ ແລະ ຊ່ວຍເຫຼືອປະຊາຊົນ ແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ພົ້ນເດັ່ນແມ່ນສາມາດທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ການກໍ່ຄວາມບໍ່ສະຫງົບລຽບຕາມຊາຍແດນ ແລະ ການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ໄດ້ຢ່າງທັນການ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນບັນດາເຜົ່າໃນຂອບເຂດຄວາມຮັບຜິດຊອບ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ແລະ ກອງທັບ ໄປຄຽງຄູ່ກັບປັບປຸງກໍ່ສ້າງກໍາລັງໃຫ້ນັບມື້ເຂັ້ມແຂງໃນທຸກດ້ານ, ຮູ້ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ ຂອງກອງທັບ ແລະ ມູນເຊື້ອວິລະຊົນຂອງກົມກອງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດ, ປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃຫ້ມີຮຸ່ນສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ເຊີ່ງມີຫຼາຍສະຫາຍ ໄດ້ກາຍເປັນພະນັກງານການນຳຂັ້ນສູງ ຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ (ກໍາລັງຫຼວງ-ກຳລັງທ້ອງຖິ່ນ) ແລະ ບ່ອນອື່ນໆ, ນອກນັ້ນ ຍັງໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງ-ລ້ຽງດູທັບ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ດີຂຶ້ນເປັນກ້າວໆ, ພື້ນຖານໂຄງລ່າງ ໄດ້ຮັບການກໍ່ສ້າງ ແລະ ພັດທະນາເປັນລະບົບທີ່ແໜ້ນໜາຖາວອນ ເຊິ່ງຫຼາຍກົມກອງ ໄດ້ລົບລ້າງເຮືອນແບບຊົ່ວຄາວ, ໄດ້ສ້າງເຮືອນເຄິ່ງຖາວອນ ແລະ ຖາວອນ ກວມເອົາ 90%. ຕະຫຼອດໄລຍະ 45 ປີ ຜ່ານມາ ກອງພົນທີ 2 ໄດ້ຮັບການຍ້ອງຍໍ ຈາກຂັ້ນເທິງ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ເປັນຈຳນວນຫຼວງຫຼາຍ ເຊັ່ນ: ໄດ້ປະກາດຮັບຮອງກອງພົນທີ 2 ເປັນກອງພົນວິລະຊົນ, ມີ 3 ກອງພັນວິລະຊົນ (ກອງພັນທີ 2, ກອງພັນ 409 ແລະ ກອງພັນ 613), ນາມມະຍົດວິລະຊົນແຫ່ງຊາດ 28 ໜ່ວຍ, ບຸກຄົນວິລະຊົນ 11 ສະຫາຍ, ນັກຮົບແຂ່ງຂັນ 33 ສະຫາຍ, ຫຼຽນໄຊອິດສະຫຼະ, ຫຼຽນໄຊຊະນະເລີດ, ຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍອື່ນໆ ເປັນຈຳນວນຫຼວງຫຼາຍ. ຈາກນັ້ນ, ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 1 ກົມກອງ, ຊັ້ນ III ຈຳນວນ 7 ກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 26 ກົມກອງ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 9 ກົມກອງ ໂດຍການຂຶ້ນປະດັບ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະຕາມລໍາດັບ ແລະ ຮັບຊົມການສະແດງສິລະປະ-ວັນນະຄະດີ ດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ປະທານ ຕື່ມອີກ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ