ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເປີດຊຸດເຝິກອົບຮົມ-ຫັດເເອບ ການທະຫານ-ການເມືອງ ໃຫ້ກອງຮ້ອຍປ້ອງກັນຕົວ
ເວລາອອກຂ່າວ: 2026-10-12 10:14:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ເປີດຊຸດເຝິກອົບຮົມ-ຫັດແອບ ການທະຫານ-ການເມືອງ ໃຫ້ກອງຮ້ອຍປ້ອງກັນຕົວ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄຳມ່ວນ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສົມພານ ເມືອງຈັນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມ-ຫັດແອບ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊປັນຍາ ເພັດອຸດົມ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຄຳມ່ວນ ວ່າດ້ວຍການອະນຸມັດເປີດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບການເຝິກອົບຮົມ-ຫັດແອບ ການທະຫານ-ການເມືອງ ໃຫ້ກອງຮ້ອຍປ້ອງກັນຕົວ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄຳມ່ວນ ປະຈຳປີ 2026, ຈາກນັ້ນ ສະຫາຍ ພັນໂທ ຈຳປາທອງ ຈອມຊາຕີ ຫົວໜ້າພະແນກການທະຫານທ້ອງຖິ່ນແຂວງ, ໄດ້ຜ່ານແຜນການອົບຮົມ-ຫັດແອບ ການທະຫານ-ການເມືອງ ເຊິ່ງປະກອບມີ 2 ພາກຄື : ພາກການເມືອງ ແລະ ພາກການທະຫານ, ໃນນີ້ ພາກການເມືອງ ໄດ້ຮຽນຮູ້ກ່ຽວກັບມູນເຊື້ອ ຂອງກອງທັບ, ການຕ້ານການຫັນປ່ຽນໂດຍສັນຕິ, ທີ່ຕັ້ງພາລະບົດບາດໜ້າທີ່ ຂອງກຳລັງປ້ອງກັນຕົວ ແລະ ພາກການທະຫານ ຮຽນຮູ້ກ່ຽວກັບລະບຽບຮູບແຖວບຸກຄົນ ແລະ ລວມໝູ່ປະຈຳທີ່, ເຄື່ອນທີ່, ຮູບແຖວຂັ້ນໝູ່, ຂັ້ນໝວດ ແລະ ຂັ້ນກອງຮ້ອຍ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ການມ້າງປະກອບສ້າງ ແລະ ວິທີປົກປັກຮັກສາອາວຸດ ທີ່ໄດ້ປະກອບໃຫ້ກໍາລັງປ້ອງກັນຕົວ, ຈັງຫວະພື້ນຖານບຸນຄົນເຄື່ອນຍ້າຍເທິງໜ້າສະໜາມ, ໝວດ, ໝູ່, ຈຸ, ເວນຍາມ ປ້ອງກັນສູນຈ່າຍໄຟຟ້າ, ການເຝິກອົບຮົມ-ຫັດແອບ ໃນຄັ້ງນີ້ ມີນັກເຝິກອົບຮົມເຂົ້າຮ່ວມ 103 ສະຫາຍ ແລະ ຈະດຳເນີນເປັນເວລາ 7 ວັນ ຈຶ່ງຈະສຳເລັດ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ