ໂຮງຮຽນການເມືອງ-ການທະຫານ ແຂວງຄຳມ່ວນ ສະຫຼຸບຖອດຖອນບົດຮຽນ ປະຈໍາສົກຮຽນ 2025-2026
ເວລາອອກຂ່າວ: 2026-10-12 09:46:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026 ນີ້, ໂຮງຮຽນການເມືອງ-ການທະຫານ ແຂວງຄຳມ່ວນ ໄດ້ສະຫຼຸບຖອດຖອນບົດຮຽນ ປະຈໍາສົກຮຽນ 2025-2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອຳນວຍການໂຮງຮຽນ ແລະ ພະນັກງານຄູ - ອາຈານ ເຂົ້າຮ່ວມ.
ສະຫາຍ ພັນຕີ ແນ້ ໄຊຍະວົງ ຮອງຫົວໜ້າຂະແໜງອົບຮົມ ໂຮງຮຽນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ປະຈຳສົກຮຽນ 2025-2026 ຕາມໂຄງການຫຼັກສູດ ການຮຽນ-ການສອນ ເຊິ່ງມັນສະແດງອອກໃນການປະຕິບັດໂມງເວລາຂຶ້ນຫ້ອງຮຽນ ແລະ ເລີກຮຽນ ຕາມກຳນົດເວລາໄດ້ເປັນຢ່າງດີ, ນັບທັງພາກສະໜາມ, ອຸປະກອນ, ເອກະສານ, ບົດສອນ ຂອງຄູ-ອາຈານ, ຄຳຖາມ, ຄຳຕອບ ແມ່ນໄດ້ເຊັນຜ່ານອະນຸມັດ ຈາກພາກສ່ວນທີ່ກ່ຽວຂ້ອງ ຕາມແຕ່ລະຂັ້ນຕອນຄົບຖ້ວນ, ເວລາຫັດແອບ-ຊ້ອມຮົບ ໃນພາກສະໜາມ ຍິງເປົ້າໝາຍດ້ວຍລູກປືນແທ້ ແມ່ນຮັບປະກັນຄວາມປອດໄພ 100%. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາຄິດເຫັນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ຂອງໂຮງຮຽນໃນໄລຍະຜ່ານມາ ເພື່ອພ້ອມກັນເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ພ້ອມກັນປັງປຸງໃຫ້ຫຼັກສູດການຮຽນ-ການສອນ ໃນແຕ່ລະໄລຍະ ໃຫ້ຮັບການພັດທະນາ ແລະ ສ້າງໃຫ້ໄດ້ພະນັກງານຮຸ່ນສຶບທອດ ທີ່ມີຄຸນນະພາບ.
ໂດຍ: ນາງ ຄໍາພູວາ ຈັນທະປານີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















