ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ໂຮງໝໍ​ສູນ​ກາງ 103 ກອງທັບ ເຜີຍແຜ່​ເຊື່ອມ​ຊຶມ ວ່າ​ດ້ວຍ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ໃນ​ກອງທັບ​ປະຊາຊົນ​ລາວ
ເວລາອອກຂ່າວ: 2026-10-12 09:19:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ວັນ​ທີ 6 ຕຸລາ 2026, ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່​ເຊື່ອມ​ຊຶມ ວ່າ​ດ້ວຍ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ໃນ​ກອງທັບ​ປະຊາຊົນ​ລາວ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ-ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ອຳນວຍ​ການ, ແພດ-ໝໍ, ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ໄດ້​ເຜີຍແຜ່​ຂໍ້​ກຳນົດ ວ່າ​ດ້ວຍ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ໃນ​ກອງທັບ​ປະຊາຊົນ​ລາວ, ເຊິ່ງ​ປະກອບ​ມີ​ທັງ​ໝົດ 7 ໝວດ, 55 ມາດຕາ. ໃນ​ນັ້ນໄດ້​ໃຫ້​ຮູ້​ເຖິງ​ຄວາມ​ໝາຍ​ສຳຄັນ ແລະ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ-ຍ້ອງ ແລະ ອື່ນໆ; ເຊິ່ງ​ການ​ແຂ່ງຂັນ​ແມ່ນ​ການເຄື່ອນໄຫວ​ທີ່​ມີ​ການຈັດຕັ້ງ​ຂອງ​ບຸກຄົນ: ນິຕິບຸກຄົນ ແລະ ການ ຈັດຕັ້ງ ເພື່ອ​ປຸກລະດົມ​ເຕົ້າໂຮມ​ກຳລັງ​ແຂ່ງຂັນ, ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ, ຈັດ​ຕັ້ງ​ປະຕິ ບັດ​ໜ້າທີ່​ວຽກ​ງານ​ສ້າງ​ຜົນງານ​ດີເດັ່ນ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດ ທະນາ​ປະເທດ; ຈຸດປະສົງ​ຂອງ​ການ​ແຂ່ງຂັນ-ຍ້ອງຍໍ ເພື່ອ​ປຸກ ລະດົມ​ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ, ອົງການ, ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ໃນ​ທົ່ວ​ກອງທັບ​ປະຊາຊົນ​ລາວ, ເຊີດ​ຊູ​ມູນເຊື້ອ​ຮັກ​ຊາດ, ຄວາມ​ພິລະ​ອາດ​ຫານ, ນ້ຳໃຈ​ດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ​ພາກ​ພຽນ, ປະດິດ​ສ້າງ, ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ພະນັກງານ​ສະມາຊິກ​ພັກ, ນາຍ ແລະ ພົນທະຫານ, ແຂ່ງຂັນ​ກັນ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ: ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດ​ຊາດ; ສູ້​ຊົນ​ປະຕິບັດ​ບັນດາ​ຄາດໝາຍ​ທີ່ພັກ-ລັດ, ກະຊວງ​ປ້ອງ​ກັນ​ປະ ເທດ ວາງ​ອອກ​ແຕ່​ລະ​ໄລຍະ​ເປັນຕົ້ນ​ແມ່ນ​ການ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ ປົກ​ປັກ​ຮັກສາ​ປະເທດ​ຊາດ​ອັນ​ແສນ​ຮັກ​ໄວ້​ໃຫ້​ໝັ້ນຄົງ ເຮັດ​ໃຫ້​ທຸກ​ອົງການ, ກົມ​ກອງ, ພະນັກງານ​ສະມາຊິກ​ພັກ, ນາຍ ແລະ ພົນທະຫານ​ທຸກ​ຄົນ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ​ກອງທັບ, ແນວທາງ​ການ​ພັດທະ ນາ​ສ້າງສາ​ປະເທດ​ຊາດ​ຂອງ​ພັກ​ວາງ​ອອກ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ : ໂຊກ​ທະວີ ແກ້ວ​ບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ