ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງພັນ​ໃຫຍ່ 401 ເຄົາລົບ​ທຸງຊາດ ປະຈຳ​ເດືອນ​ຕຸລາ 2026
ເວລາອອກຂ່າວ: 2026-10-12 09:11:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ວັນ​ທີ 5 ຕຸລາ 2026 ນີ້, ກອງພັນ​ໃຫຍ່ 401 ກອງ​ພົນ​ທີ 4 ໄດ້​ຈັດ​ພິທີເຄົາລົບ​ທຸງຊາດ ປະຈຳ​ເດືອນ​ຕຸລາ ປີ 2026, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ຄຳ​ໄພ ໄຊ​ສົງຄາມ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 401, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະແນກການ, ຂະແໜງການ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ເອກ ຄຳ​ໄພ ໄຊ​ສົງຄາມ ໄດ້​ສະຫຼຸບ​ຜົນງານ ການເຄື່ອນໄຫວ​ວຽກ​ງານ ໃນ​ໄລຍະ 1 ເດືອນ​ຜ່ານ​ມາ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ເປັນຕົ້ນ​ແມ່ນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ນາຍ ແລະ ພົນທະຫານ ໄດ້​ກຳ​ແໜ້ນ​ແນວທາງ ຂອງ​ພັກ-ລັດ, ຈັດ​ຕັ້ງ​ລະບອບ​ປະຈຳ ການ​ປ້ອງ​ກັນ​ເວນຍາມ​ຄ້າຍ​ຄູ 24 ຊົ່ວໂມງ, ເຄື່ອນ​ໄຫວ​ສາລະ​ເວ​ຕາມ​ຂອບ​ເຂດ​ຕົນ​ເອງ​ຮັບຜິດ ຊອບ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ແລະ ຊຸກຍູ້​ຂະ​ບວນ​ການ​ດ້ານ​ຕ່າງໆ ພາຍ​ໃນ​ກົມ​ກອງ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ​ຕິດ​ພັນ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຂອງ​ອົງຄະ​ນະ​ພັກ ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ໂດຍ: ໂພ​ຄຳ ພອນ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ