ກອງພັນໃຫຍ່ 619 ມອບ-ຮັບ ວຽກງານຍ້ອງຍໍ
ເວລາອອກຂ່າວ: 2026-10-12 09:10:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026 ນີ້, ກອງພັນໃຫຍ່ 619 ໄດ້ຈັດພິທີ ມອບ-ຮັບ ວຽກງານຍ້ອງຍໍ ລະຫວ່າງຂະແໜງນະໂຍບາຍ ກັບ ຂະແໜງໂຄສະນາອົບຮົມ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ ແລະ ກອງຮ້ອຍ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນຕີ ພົມມາ ນວນທະວົງ ຫົວໜ້າຂະແໜງໂຄສະນາອົບຮົມ ໄດ້ຜ່ານໜັງສືແຈ້ງການແນະນຳ ແລະ ຂໍ້ຕົກລົງ ຂອງກອງພັນໃຫຍ່ 619 ວ່າດ້ວຍການ ມອບ-ຮັບ ວຽກງານຍ້ອງຍໍ ຂອງຂະແໜງນະໂຍບາຍ ໃຫ້ໄປຂຶ້ນກັບ ຂະແໜງໂຄສະນາອົບຮົມ ໃນນີ້, ກອງພັນໃຫຍ່ 619 ຕົກລົງ ມອບໃຫ້ຂະແໜງໂຄສະນາອົບຮົມ ເປັນຜູ້ຮັບຜິດຊອບ, ຄຸ້ມຄອງ, ຈັດຕັ້ງເຄື່ອນໄຫວ, ຊີ້ນຳ, ຊຸກຍູ້ ແລະ ເຮັດວຽກງານປິ່ນອ້ອມອື່ນໆ ໃນຂົງເຂດວຽກງານຍ້ອງຍໍ ທົ່ວກອງພັນໃຫຍ່ 619. ຈາກນັ້ນ, ສະຫາຍ ພັນໂທ ກາລາທອນ ສອນວິໄຊ ຫົວໜ້າຂະແໜງນະໂຍບາຍ ໄດ້ສະຫຼຸບຫຍໍ້ກ່ຽວກັບວຽກງານຍ້ອງຍໍ ໃນໄລຍະຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ຄົ້ນຄວ້າມາດຖານເງື່ອນໄຂ ແລະ ຮູບການຍ້ອງຍໍ, ນໍາສະເໜີຂັ້ນເທິງຂໍອະນຸມັດຍ້ອງຍໍ ໃຫ້ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນ ໃຫ້ສອດຄ່ອງກັບວຽກງານແຂ່ງຂັນຍ້ອງຍໍໃນໄລຍະໃໝ່ ບົນພື້ນຖານຂະບວນການ “ຮັກຊາດ ແລະ ພັດທະນາ”, ຈັດຕັ້ງການຍ້ອງຍໍໄລຍະສັ້ນ-ໄລຍະຍາວ ດ້ວຍຮູບການ ປະດັບຫຼຽນໄຊ, ຫຼຽນກຽດຕິຄຸນ, ຫຼຽນກາ ແລະ ໃບຍ້ອງຍໍ ປະເພດຕ່າງໆ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 619.
ໂອກາດນີ້, ສະຫາຍ ປະທານ ໄດ້ມີຄໍາເຫັນເນັ້ນໜ້ກ ແລະ ໃຫ້ທິດຊີ້ນໍາ ຫຼາຍບັນຫາທີ່ສໍາຄັນ ໂດຍຊີ້ໃຫ້ເຫັນສິດ, ໜ້າທີ່ ແລະ ຄວາມຈຳເປັນ ໃນການມອບ-ໂອນ ວຽກງານຍ້ອງຍໍ ໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນ ແລະ ເປັນການຫັນປ່ຽນທາງດ້ານກົນໄກການຈັດຕັ້ງ ເພື່ອໃຫ້ສອດຄ້ອງກັບແນວທາງປັບປຸງ, ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ ໃນສະພາບການໄລຍະໃໝ່.
ຂ່າວ: ພູກັນ ສັນຕິວົງ
ພາບ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















