ຫ້ອງການເມືອງ ກມທ ສະຫຼຸບວຽກງານໜ່ວຍພັກ ປະຈໍາໄຕມາດ III ປີ 2026
ເວລາອອກຂ່າວ: 2026-10-09 16:01:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 638 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2026 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ສະຫຼຸບວຽກງານໜ່ວຍພັກ ປະຈໍາໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອໍາພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ເລຂາໜ່ວຍພັກຫ້ອງການເມືອງ ກມທ, ມີຄະນະໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ກໍາມະການໜ່ວຍພັກ ຫ້ອງການເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບໂດຍຫຍໍ້ ກ່ຽວກັບການຈັດຕັ້ງວຽກງານພັກ ໃນໄລຍະຜ່ານມາ ໂດຍໄດ້ຮັບການນໍາພາ-ຊີ້ນໍາໂດຍກົງ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ໜ່ວຍພັກຫ້ອງການເມືອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ ໂດຍສະເພາະວຽກງານການສຶກສາການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກເຊື່ອມຊຶມຕໍ່ເເນວທາງພັກ, ມີການເມືອງໜັກແໜ້ນ ມີຄຸນສົມບັດສີນທຳປະຕິວັດ, ປະຕິບັດກົດລະບຽບຂອງກອງທັບ, ເຄື່ອນໄຫວຕາມພາລະບົດບາດໜ້າທີ່ວຽກງານວິຊາສະເພາະ ຂອງຕົນຢ່າງຕັ້ງໜ້າ ໃນນີ້, ໄດ້ອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ 3 ຊຸດ ປີ 2026, ເປີດຮຽນສະໜັບສະໜູນພັກ 30 ສະຫາຍ ຍິງ 9 ສະຫາຍ, ກົດລະບຽບພັກ 31 ສະຫາຍ, ຍິງ 17 ສະຫາຍ. ນອກນັ້ນຍັງໄດ້ຈັດຕັ້ງເຜີຍແຜ່, ປາຖະກະຖາມູນເຊື້ອ, ເອກະສານຕ່າງໆ, ປະດັບທຽບຊັ້ນ, ນະໂຍບາຍ ແລະ ວຽກງານອື່ນໆ ພາຍໃນຫ້ອງການເມືອງ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຂຶ້ນປະກອບຄໍາຄິດເຫັນ ເພື່ອນໍາໄປປັບປຸງເນື້ອໃນບົດສະຫຼຸບ ໃຫ້ມີເນື້ອໃນໜັກແໜ້ນ ແລະ ນຳໄປຜັນຂະຫຍາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນຕໍ່ໜ້າ ແລະ ຄັດເລືອກມະຫາຊົນຜູ້ທີ່ກ້າວໜ້າ ເຂົ້າຮຽນສະໜັບສະໜູນພັກ ຕື່ມອີກ.
ໂດຍ: ພຸດທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















