ປີ 2026 ແກ້ໄຂຄະດີອາຍາຂັ້ນຕົ້ນໄດ້ 8 ພັນກວ່າເລື່ອງ
ເວລາອອກຂ່າວ: 2026-10-09 15:53:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 643 | ຄວາມນິຍົມ: ![]()
ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງ ອອປສ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ນີ້ ວ່າ:
ໃນ 1 ປີຜ່ານມາ, ອົງການໄອຍະການປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າ, ພິຈາລະນາ ແລະ ແກ້ໄຂຄະດີ ດັ່ງນີ້: ການແກ້ໄຂຄະດີອາຍາຂັ້ນຕົ້ນ ມີສໍານວນຄະດີຄ້າງມາແຕ່ປີ 2025 ຈໍານວນ 510 ເລື່ອງ, ໄດ້ຮັບສໍານວນຄະດີເຂົ້າໃໝ່ ໃນປີ 2026 ຈໍານວນ 8.098 ເລື່ອງ ລວມທັງໝົດ 8.608 ເລື່ອງ, ໄດ້ແກ້ໄຂແລ້ວ 8.188 ເລື່ອງ ເທົ່າກັບ 95,12% ແລະ ກໍາລັງຄົ້ນຄວ້າ 420 ເລື່ອງ, ໃນຈໍານວນທີ່ແກ້ໄຂນັ້ນ ໄດ້ສົ່ງໃຫ້ເຈົ້າໜ້າທີ່ ເພື່ອດໍາເນີນການສືບສວນ-ສອບສວນຄືນໃໝ່ 1.383 ເລື່ອງ, ສັ່ງຟ້ອງຂຶ້ນສານ 6.290 ເລື່ອງ, ໂຈະການດໍາເນີນຄະດີ 25 ເລື່ອງ, ຊັດມ້ຽນຄະດີ 279 ເລື່ອງ, ແກ້ໄຂທາງບໍລິຫານ 95 ເລື່ອງ, ສານສົ່ງກັບຄືນ 112 ເລື່ອງ, ໃນຈໍານວນທີ່ໄດ້ສັ່ງຟ້ອງຂຶ້ນສານນັ້ນພະນັກງານໄອຍະການປະຊາຊົນ ໄດ້ເຂົ້າຮ່ວມຖະແຫຼງໃນທີ່ປະຊຸມສານ 4.344 ເລື່ອງ, ສານພິຈາລະນາຕັດສິນເອົາຕາມຄໍາຖະແຫຼງ ຂອງໄອຍະການ 4.130 ເລື່ອງ ເທົ່າກັບ 95.07% ແລະ ສານຕັດສິນບໍ່ເອົາຕາມຄໍາຖະແຫຼງ 214 ເລື່ອງ; ຂັ້ນອຸທອນ ມີສໍານວນຄະດີຄ້າງມາແຕ່ປີ 2025 ຈໍານວນ 12 ເລື່ອງ, ໄດ້ຮັບສໍານວນຄະດີເຂົ້າໃໝ່ ໃນປີ 2026 ຈໍານວນ 410 ເລື່ອງ ລວມທັງໝົດ 422 ເລື່ອງ, ໄດ້ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ 406 ເລື່ອງ ເທົ່າກັບ 96,57%, ກໍາລັງຄົ້ນຄວ້າ 16 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 214 ເລື່ອງ, ສານພິພາກສາເອົາຕາມຄໍາຖະແຫຼງ 205 ເລື່ອງ ເທົ່າກັບ 95,04%, ສານເອົາຕາມບາງສ່ວນ 2 ເລື່ອງ, ບໍ່ເອົາຕາມ 8 ເລື່ອງ; ຂັ້ນລົບລ້າງ ມີສໍານວນຄະດີຄ້າງມາແຕ່ປີ 2025 ຈໍານວນ 7 ເລື່ອງ, ໄດ້ຮັບສໍານວນຄະດີເຂົ້າໃໝ່ປີ 2026 ຈໍານວນ 127 ເລື່ອງ, ລວມທັງໝົດ 134 ເລື່ອງ, ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ 128 ເລື່ອງ ເທົ່າກັບ 95,52%, ກໍາລັງຄົ້ນຄວ້າ 6 ເລື່ອງ, ໃນຈໍານວນທີ່ແກ້ໄຂນັ້ນ ໄດ້ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 72 ເລື່ອງ, ສານພິພາກສາເອົາຕາມຄໍາຖະແຫຼງ 67 ເລື່ອງ ເທົ່າກັບ 93,05%, ເອົາຕາມບາງສ່ວນ 2 ເລື່ອງ, ບໍ່ເອົາຕາມ 3 ເລື່ອງ, ຄໍາຮ້ອງຂໍຮື້ຟື້ນຄະດີອາຍາໄດ້ຮັບຄໍາຮ້ອງເຂົ້າໃໝ່ໃນປີ 2026 ຈໍານວນ 54 ເລື່ອງ ລວມທັງໝົດ 54 ເລື່ອງ ແກ້ໄຂແລ້ວ 39 ເລື່ອງ, ກໍາລັງຄົ້ນຄວ້າ 15 ເລື່ອງ, ສໍານວນທວງມາກວດກາຄືນຄ້າງມາແຕ່ປີ 2025 ຈໍານວນ 2 ເລື່ອງ, ໄດ້ທວງສໍານວນຄະດີມາກວດກາຄືນໃໝ່ ໃນປີ 2026 ຈໍານວນ 40 ເລື່ອງ ລວມທັງໝົດ 42 ເລື່ອງ, ແກ້ໄຂແລ້ວ 34 ເລື່ອງ, ກໍາລັງຄົ້ນຄວ້າ 8 ເລື່ອງ, ເອກະສານທາງລັດຖະການ: ຄ້າງມາແຕ່ປີ 2025 ຈໍານວນ 1 ເລື່ອງ, ໄດ້ຮັບຄໍາຮ້ອງເຂົ້າໃໝ່ໃນປີ 2026 ຈໍານວນ 91 ເລື່ອງ ລວມທັງໝົດ 92 ເລື່ອງ, ແກ້ໄຂແລ້ວ 90 ເລື່ອງ, ກໍາລັງຄົ້ນຄວ້າ 2 ເລື່ອງ, ໜັງສືສະເໜີຂອງສະພາແຫ່ງຊາດ ໃຫ້ຕິດຕາມກວດກາການດໍາເນີນຄະດີອາຍາໃນປີ 2026 ຈໍານວນ 23 ເລື່ອງ, ແກ້ໄຂແລ້ວ 100%.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















