ຄະນະພັກ ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານນຳພາ ໄຕມາດ III ປີ 2026
ເວລາອອກຂ່າວ: 2026-10-09 15:27:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 660 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026 ນີ້, ຄະນະພັກ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານນຳພາ ໄຕມາດ III ແລະ ວາງທິດທາງແຜນການ ໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະປະຈຳພັກ ແລະ ກຳມະການຄະນະພັກ ເຂົ້າຮ່ວມ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບການນຳພາ ຂອງຄະນະພັກ ກົມໃຫຍ່ເສນາທິການກອງທັບ ປະຈຳໄຕມາດ III ແລະ ທິດທາງແຜນການ ໄຕມາດ IV ປີ 2026, ເຊິ່ງໄລຍະຜ່ານມາໄດ້ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຢູ່ບັນດາແຂວງ, ຈຸດຫຼໍ່ແຫຼມຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບວຽກງານ 3 ສ້າງ, ຫັັນເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ໂຄສະນາເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງລັດ, ຂອງກອງທັບຢ່າງທົ່ວເຖິງ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ, ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກ 3 ທິດນໍາຂອງພັກວາງອອກ ເພື່ອກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ກຳມະບານ ເຄື່ອນໄຫວຕາມພາລະບົດບາດ, ຕາມຄໍາຂວັນ 4 ບຸກ, 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສໍາເລັດໃນຫຼາຍດ້ານ, ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານ ຖືກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ, ນໍາພາ-ຊີ້ນໍາ ກົມກອງກໍາລັງຫຼວງ-ກຳລັງທ້ອງຖິ່ນ ຈັດຕັ້ງອົບຮົມຫັດແອບ ປະຈໍາປີ 2026, ມອບຫຼຽນໄຊແຮງງານ ຊັ້ນ II, III, ຫຼຽນກາແຮງງານ, ຍ້ອງຍໍລັດຖະບານ, ຍ້ອງຍໍກະຊວງປ້ອງກັນປະເທດ ຕໍ່ຜົນງານປ້ອງກັນກອງປະຊຸມ ອາຊຽນ ໃຫ້ພະນັກງານ-ນັກຮົບ ຈຳນວນ 332 ສະຫາຍ ແລະ ນໍາພາ-ຊີ້ນໍາ ບັນດາກົມກອງ ເອົາໃຈໃສ່ວຽກງານເພີ່ມພູນຜະລິດຜົນ ດ້ວຍການປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງຂອງກົມກອງທີ່ມີ ເພື່ອຜະລິດເປັນສິນຄ້າ, ຫາລາຍໄດ້ເຂົ້າກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມ ຍັງໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບວຽກງານນຳພາ ແລະ ຮັບຟັງການໂອ້ລົມເນັ້ນໜັກຫຼາຍບັນຫາ ຈາກສະຫາຍ ປະທານ ຕື່ມອີກ.
ໂດຍ: ນາງ ສຸພາພອນ ລາດສີເມືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















