ສສຊ ເຂດ 7 ສະເໜີ 3 ບັນຫາສໍາຄັນ ຕໍ່ອົງການກວດສອບແຫ່ງລັດ ເນັ້ນແກ້ໄຂເງິນກູ້ລາຍໃຫຍ່ ແລະ ລາຍຮັບເຂື່ອນໄຟຟ້າຮົ່ວໄຫຼ
ເວລາອອກຂ່າວ: 2026-10-09 12:04:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 726 | ຄວາມນິຍົມ: ![]()
ໃນວາລະກອງປະຊຸມສະໄຫມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 8 ຕຸລາ 2026 ນີ້, ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດສອບແຫ່ງລັດ ໂດຍໄດ້ຍົກ 3 ບັນຫາເຄັ່ງຮ້ອນ ພ້ອມສະເໜີວິທີແກ້ໄຂ ເພື່ອໃຫ້ຜົນການກວດສອບສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງ.
ທ່ານ ນາງ ແສງມະນີ ຢາທໍ່ຕູ້ ຊີ້ໃຫ້ເຫັນວ່າ: ການແກ້ໄຂຜົນການກວດສອບໃນຜ່ານມາ ເຖິງວ່າຂົງເຂດງົບປະມານຈະລາຍງານວ່າແກ້ໄຂໄດ້ເກືອບ 38% ແລະ ຂົງເຂດລັດວິສາຫະກິດສູງເຖິງ 89%, ແຕ່ສ່ວນໃຫຍ່ແມ່ນເປັນພຽງການສະສາງເງິນຄ້າງບັນຊີ ແລະ ການປັບປຸງຕົວເລກທາງບັນຊີເທົ່ານັ້ນ. ໃນນັ້ນ, ສ່ວນທີ່ຕ້ອງມອບເປັນເງິນເຂົ້າຄັງຕົວຈິງໃນຂົງເຂດລັດວິສາຫະກິດ ແມ່ນແກ້ໄຂໄດ້ພຽງ 31%. ດັ່ງນັ້ນ, ຈຶ່ງສະເໜີໃຫ້ອົງການກວດສອບ ແຍກປະເພດການລາຍງານໃຫ້ຊັດເຈນໃນປີຕໍ່ໄປ ລະຫວ່າງ ເງິນທີ່ເຂົ້າຄັງຕົວຈິງ, ການປັບປຸງບັນຊີ ແລະ ປະເພດທີ່ຍັງຢູ່ລະຫວ່າງການດຳເນີນການ.
ສ່ວນຂົງເຂດທະນາຄານ ກໍພົບວ່າ ມີການອະນຸມັດເງິນກູ້ 25 ສັນຍາ ທີ່ເກີນ 25% ຂອງທຶນຊັ້ນໜຶ່ງ, ຕາມລະບຽບການແມ່ນໃຫ້ອະນຸມັດບໍ່ເກີນ 1.060 ຕື້ກີບ, ແຕ່ປະຕິບັດຕົວຈິງສູງເຖິງ 27.700 ກວ່າຕື້ກີບ (ເກີນເພດານເຖິງ 26 ເທົ່າ). ນອກຈາກນີ້, ທະນາຄານ 2 ແຫ່ງ ທີ່ຍັງແກ້ໄຂຂໍ້ຄົງຄ້າງເກົ່າບໍ່ທັນແລ້ວ ກໍຍັງໄດ້ປ່ອຍກູ້ເພີ່ມອີກໃນປີ 2025 ແຕ່ເກັບຄືນໄດ້ພຽງ 272 ຕື້ກີບ ເທົ່ານັ້ນ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ກຳນົດເວລາທີ່ຊັດເຈນໃນການຫຼຸດຍອດເງິນກູ້ລາຍໃຫຍ່ລົງເປັນຂັ້ນໆ, ຫຼຸດເພດານສິນເຊື່ອລົງຕາມຕາຕະລາງ, ພ້ອມທັງ ກວດກາຄວາມຮັບຜິດຊອບ ຂອງຜູ້ອະນຸມັດເປັນແຕ່ລະສັນຍາຢ່າງເຂັ້ມງວດ.
ສຳລັບປະເດັນດ້ານຊັບພະຍາກອນທຳມະຊາດ ກໍພົບວ່າມີເຂື່ອນໄຟຟ້າບາງແຫ່ງໄດ້ຜະລິດ ແລະ ຂາຍໄຟຟ້າແລ້ວ ແຕ່ຍັງບໍ່ທັນໄດ້ເຊັນສັນຍາສຳປະທານ ເຮັດໃຫ້ລັດຖະບານເສຍຜົນປະໂຫຍດ ແລະ ບໍ່ມີບ່ອນອີງໃນການເກັບຄ່າພາກຫຼວງ, ສ່ວນເຂື່ອນທີ່ມີສັນຍາແລ້ວກໍຍັງມີກໍລະນີຄ້າງຈ່າຍ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ອົງການກວດສອບ ສະຫຼຸບສັງລວມລາຍງານຄວາມຄືບໜ້າການຕິດຕາມ-ຊຸກຍູ້, ສ້າງບັນຊີຕິດຕາມເຂື່ອນໄຟຟ້າໃຫ້ຄົບຖ້ວນ ຕິດພັນກັບການພິຈາລະນາຂໍຍົກເວັ້ນຕ່າງໆ ເພື່ອປ້ອງກັນການຮົ່ວໄຫຼຂອງລາຍຮັບລັດ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















