ຫຼວງພະບາງ ໄຟຟ້າລາວ ໄດ້ ໄກ່ ບຸນພະຈັນ ມາເສິມທັບ
ເວລາອອກຂ່າວ: 2026-10-06 09:47:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ: ![]()
ອີກບໍ່ເຖິງໜຶ່ງອາທິດບານເຕະ ລີກສູງສຸດຂອງ ສປປ ລາວ ລະດູການໃໝ່ 2026-2027 ຈະເປີດສາກຂຶ້ນ ໃນວັນທີ 10 ຕຸລາ 2026 ນີ້ ເຊິ່ງຫຼ້າສຸດ ໄກ່ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ທີ່ດັງທີ່ສຸດໃນຂະນະນີ້ ພາຍຫຼັງກັບມາຈາກສະໂມສອນ ສະວາຍຣຽງ ແຊັມລີກສູງສຸດປະເທດກຳປູເຈຍ ມາທີ່ສັງກັດ ຊ້າງນ້ອຍ ເອັຟຊີ ແຕ່ຊ້າງໜຸ່ມ ບໍ່ສືບຕໍ່ເຂົ້າຮ່ວມ ລາວລີກ ລະດູການໃໝ່ຈະມາເຖິງນີ້ ເນື່ອງຈາກປະສົບກັບບັນຫາງົບປະມານ ຈິ່ງປ່ອຍນັກກິລາອອກຈາກທີມ, ສຸດທ້າຍ ບຸນພະຈັນ ເລືອກຮ່ວມທັບເມືອງ ມໍລະດົກໂລກ ຫຼວງພະບາງ ໄຟຟ້າລາວ ເຊິ່ງຄາດວ່າອາດເຊັນສັນຍາປີຕໍ່ປີ ແລະ ຈະໄດ້ຄ່າແຮງງານຕໍ່ເດືອນບໍ່ຫຼຸດ 30.000.000 ກີບ ຫຼື ປະມານ 1.300-1.500 ໂດລາສະຫະລັດ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງລາວ ລະດູການ 2026-2027 ມີ 11 ສະໂມສອນເຂົ້າຮ່ວມ, ນັດທຳອິດ ຫຼວງພະບາງ ມີງານໜັກແຕ່ຕົ້ນ ຈະໄປຢາມ ຊ້າງສານ ສາລະວັນ ຢູໄນເຕັດ ທີ່ເສີມທັບຫວັງລຸ້ນແຊັມ ຈະແຂ່ງຂັນວັນອາທິດ ທີ 11 ຕຸລາ 2026 ເວລາ 15:30 ໂມງ
ທີ່ສະໜາມກິລາແຂວງສາລະວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















