ກອງບັນຊາການທະຫານແຂວງສາລະວັນ ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-10-02 15:28:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 742 | ຄວາມນິຍົມ: ![]()
ວັນທີ 29 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດພິທີ ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກຳມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫອ້ງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທົງ ສີຫາຈັກ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງສາລະວັນ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ສົມບູນ ສີວິໄລ ຫົວໜ້າການເມືອງ ກອງຮ້ອຍປອ້ງກັນທີ່ຕັ້ງ ໄປເປັນຮັກສາການຮອງຫົວໜ້າພະແນກກໍ່ສ້າງຮາກຖານ ຫ້ອງການເມືອງ, ສະຫາຍ ຮ້ອຍເອກ ວົງວິໄລ ໄຊສົງຄາມ ຮອງຫົວໜ້າການເມືອງ ໄປເປັນຫົວໜ້າການເມືອງ ກອງຮ້ອຍປ້ອງກັນທີ່ຕັ້ງ, ສະຫາຍ ຮ້ອຍໂທ ແອ໋ງ ວົງວິຈິດ ຫົວໜ້າໝວດ3 ເປັນຮອງຫົວໜ້າການເມືອງ ກອງຮ້ອຍປ້ອງກັນທີ່ຕັ້ງ, ສະຫາຍ ຮ້ອຍເອກ ພອນເພັດ ພົມວິໄລວົງ ຮັບແຂກອະນາໄມ ເຮືອນພັກ 9-70 ຫ້ອງການ ແລະ ບໍລິຫານ ໄປເປັນຊ່ວຍວຽກພະແນກໂຮງຮຽນ ຫ້ອງເສນາທິການ, ສະຫາຍ ຮ້ອຍໂທ ວຽງສອນ ເພັງສະຫວັນ ຮັກແຂກອະນາໄມ ເຮືອນພັກ 9-70 ຫ້ອງການ ແລະ ບໍລິຫານ ໄປເປັນຊ່ວຍວຽກພະແນກກໍ່ສ້າງ ແລະ ຄຸ້ມຄອງຊັບສິນ ຫ້ອງພາລາທິການ ແລະ ສະຫາຍ ຮ້ອຍເອກ ບຸນລັບ ທຽມພະຈັນ ຮອງຫົວໜ້າພະແນກກໍ່ສ້າງຮາກຖານ ຫ້ອງການເມືອງ ໄປເປັນຮັກສາການ ຮອງຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ.
ໂດຍ: ຈ໋ອດ ແສງຄຳອ່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















