ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງຮ້ອຍທະຫານຊາຍແດນ 112 ປິດຊຸດອົບຮົມ-ຫັດແອບ ປະຈໍາ ໄຕມາດ ll ປີ 2026
ເວລາອອກຂ່າວ: 2026-10-02 15:01:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ວັນທີ 1 ຕຸລາ 2026 ນີ້, ກອງຮ້ອຍທະຫານຊາຍແດນ 112 ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວຽກງານວິຊາສະເພາະຊາຍແດນ ປະຈໍາ ໄຕມາດ II ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສຸກວັນໄຊ ພົມມະສີ ຫົວໜ້າພະແນກທະຫານຊາຍແດນ, ຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ບຸນເພັງ ຕານເຫຼັກແພງ ຮອງຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 112 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍທະຫານຊາຍແດນ 112 ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວຽກງານວິຊາສະເພາະຊາຍແດນ ປະຈໍາໄຕມາດ II ປີ 2026. ຈາກນັ້ນ, ສະຫາຍ ຮ້ອຍເອກ ສົມຈັນ ພອນມະນີໄຊ ຮອງຫົວໜ້າການທະຫານ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ນັກອົບຮົມໄດ້ຮັບການອົບຮົມ-ຫັດແອບ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ແມ່ນເອກະສານການເມືອງ-ແນວຄິດ, ກົດລະບຽບ, ຍຸດທະວິທີ, ການນໍາໃຊ້ອາວຸດ-ກະສຸນ. ຜ່ານການອົບຮົມ-ຫັດແອບ ສາມາດຕີລາຄາໄດ້ ຄື: ພາກການເມືອງ ບັນລຸໄດ້ 98,4%, ພາກການທະຫານ 98,4%, ພາກພະລາທິການ-ເຕັກນິກ 85,80%, ພາກວຽກງານວິຊາສະເພາະຊາຍແດນ 91,20%. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ