ຄະນະນຳກະຊວງປ້ອງກັນປະເທດ ອວຍພອນຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-10-02 14:53:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 755 | ຄວາມນິຍົມ: ![]()
ວັນທີ 2 ຕຸລາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ນຳກະຕ່າຂອງຂວັນ ເຂົ້າອວຍພອນ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນຊາດ ສປ ຈີນ ຄົບຮອບ 77 ປີ (1 ຕຸລາ 1949-1 ຕຸລາ 2026) ເຊິ່ງໃຫ້ການຕ້ອນຮັບໂດຍສະຫາຍ ພັນເອກ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມຄະນະ.
ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາຍັງຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ກໍຄືການນຳພັກ-ລັດ ແລະ ປະຊາຊົນຈີນ ເນື່ອງໃນໂອກາດວັນຊາດ ສປ ຈີນ ຄົບຮອບ 77 ປີ ຈົ່ງມີແຕ່ຄວາມຜາສຸກ, ສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ ພ້ອມທັງ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງຊາດ ກໍຄື ສອງກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ເກີດດອກອອກຜົນ ແລະ ກ້າວໜ້າຂຶ້ນເລື້ອຍໆ.
ໃນໂອກາດນີ້, ສະຫາຍ ພັນເອກ ຫຼີປິງ ໄດ້ສະແດງຄວາມຂອບໃຈ ມາຍັງສະຫາຍ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ ກໍຄືຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ມີໄມຕີຈິດມິດຕະພາບອັນພິເສດ ຕໍ່ຄະນະທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ກໍຄືພັກ-ລັດ ແລະ ປະຊາຊົນຈີນ. ພ້ອມນີ້, ຈະນຳເອົານ້ຳໃຈມິດຕະພາບດັ່ງກ່າວ ເຂົ້າໃນການເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ແລກປ່ຽນບົດຮຽນກັນຢ່າງເລິກເຊິ່ງ ໃນຕໍ່ໜ້າໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນ ເຮັດໃຫ້ມິດຕະພາບ ລາວ-ຈີນ, ຈີນ-ລາວ ໝັ້ນຄົງທະນົງແກ່ນຍິ່ງໆ ຂຶ້ນ.
ໂດຍ: ພອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















