ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍຊາວໜຸ່ມ ສູນ 14
ເວລາອອກຂ່າວ: 2026-10-02 14:46:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍຊາວໜຸ່ມ ສູນ 14 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2026 ນີ້, ໂດຍການ ເປັນປະທານ ຂອງສະຫາຍ ພັນໂທ ສົມຈິດ ຄູນນະວົງ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ສູນ 14, ຄະນະໜ່ວຍຊາວໜຸ່ມ, ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງດີ ໄຊບຸນເຮືອງ ເລຂາໜ່ວຍຊາວໜຸ່ມ ສູນ 14 ໄດ້ຜ່ານບົດລາຍການການເມືອງ ທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງໜ້າທີ່ການເມືອງ ຂອງໜ່ວຍຊາວໜຸ່ມ ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະໜ່ວຍຊາວໜຸ່ມ ສູນ 14 ໄດ້ສົມທົບແໜ້ນກັບການຈັດຕັ້ງຂັ້ນເທິງ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນໄມ້ຫຼາວັດແທກ, ເອົາປະລິມານ ແລະ ຄຸນນະພາບ ຂອງແຕ່ລະຂະບວນການເປັນບັນຫາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ມີຜົນສຳເລັດຢ່າງຕໍ່ເນື່ອງ. ສາມາດຕີລະຄາໄດ້ສະມາຊິກນໍາໜ້າ 4 ບຸກ 24 ສະຫາຍ ກວມເອົາ 41,37%, ແຂງ 26 ສະຫາຍ ກວມເອົາ 44,82%, ກາງ 4 ສະຫາຍ ກວມເອົາ 6,89%, ບໍ່ໄດ້ຄັດເລືອກ 2 ສະຫາຍ ກວມເອົາ 3,44%. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພົ້ນເດັ່ນແມ່ນ ການລ້ຽງກົບ, ປາດຸກພັນ, ປານິນ ຂາຍເປັນເງິນ 5.980.000 ກີບ, ລ້ຽງສັດປີກ (ເປັດ-ໄກ່) ຂາຍເປັນເງິນ 8.980.000 ກີບ, ປູກພືດລົ້ມລູກຊະນິດຕ່າງໆ ຂາຍເປັນເງິນ 10.300.000 ກີບ, ຊື້ໝູມາຂ້າຂາຍ 2 ໂຕ ກໍາໄລ 1.500.000 ກີບ, ປັດຈຸບັນໜ່ວຍຊາວໜຸ່ມ ມີເງິນຄັງລວມທັງໝົດ 32.514.000 ກີບ. ໃນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປ່ອນບັດຄັດເລືອກເອົາ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ໄດ້ຕາມລະດັບຄາດໝາຍ, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເອກະພາບເລືອກເອົາ ສະຫາຍ ພັນຕີ ວົງວິໄລ ເປັນເລຂາ, ສະຫາຍ ຮ້ອຍເອກ ໄມຕິດ ເຄນສຸພັນ ເປັນຮອງເລຂາ, ສະຫາຍ ຮ້ອຍເອກ ວຽງເພັດ ແກ້ວມີໄຊ ເປັນກຳມະການກວດກາ, ສະຫາຍ ຮ້ອຍເອກ ນາງ ວັນນາ ສຸວັນນາ ເປັນກຳມະການຄັງ ແລະ ສະຫາຍ ຮ້ອຍໂທ ຕອມ ປັນຍາວົງ ເປັນກຳມະການໂຄສະນາ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ